(vovworld) - ຕອນເຊົ້າວັນທີ 11/12, ຢູ່ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດໄດ້ໄຂວາລະປະຊຸມຄັ້ງທີ 13. ກ່າວຄຳເຫັນທີ່ວາລະໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ໃຫ້ຮູ້ວ່າ; ທີ່ວາລະປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດໄດ້ດຳເນີນການຕີລາຄາໝາກຜົນຂອງກອງປະຊຸມເທື່ອທີ 4, ໃຫ້ຄຳເຫັນເບື້ອງຕົ້ນກ່ຽວກັບການກະກຽມກອງປະຊຸມສະໄໝສາມັນເທື່ອທີ່ 5 ສະພາແຫ່ງຊາດຫວຽດນາມ ຊຸດທີ 13; ຮັບຮອງເອົາໂຄງການເຄື່ອນໄຫວຕ່າງປະເທດ ແລະ ການຮ່ວມມືສາກົນຂອງບັນດາອົງການສະພາແຫ່ງຊາດ ແລະ ໂຄງການດຳເນີນງານຂອງຄະນະປະຈຳສະພາແຫ່ງຊາດໃນປີ 2013. ກ່ຽວກັບວຽກງານສ້າງກົດໝາຍ, ໃນວາລະປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດຈະໃຫ້ຄຳຄິດຄຳເຫັນເປັນຄັ້ງທຳອິດຕໍ່ຮ່າງແນະນຳປະຕິບັດມະຕິຕົກລົງຂອງສະພາແຫ່ງຊາດກ່ຽວກັບການລົງຄະແນສຽງໄວ້ວາງໃຈ ແລະ ປ່ອນບັດໄວ້ວາງໃຈສຳລັບຜູ້ດຳລົງຕຳແໜ່ງໂດຍສະພາແຫ່ງຊາດ, ສະພາປະຊາຊົນເລືອກຕັ້ງ ຫຼື ໃຫ້ສັດຕະຍາບັນ; ໃຫ້ຄຳຄິດຄຳເຫັນກ່ຽວກັບຮ່າງປັບປຸງລັດຖະຖຳມະນູນປີ 1992 (ຄັ້ງທີ 2) ແລະ ແຜນການຈັດຕັ້ງການຮັບເອົາຄຳເຫັນຂອງປະຊາຊົນກ່ຽວກັບຮ່າງປັບປຸງລັດຖະຖຳມະນູນປີ 1992 ບາງບັນຫາໃຫຍ່ທີ່ຍັງມີຄວາມເຫັນແຕກຕາງກັນຂອງຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ແລະ ກົດໝາຍວ່າດ້ວຍການໄກເກ່ຍປອງດອງຢູ່ຂັ້ນຮາກຖານ ກໍໄດ້ນຳມາປຶກສາຫາລືທີ່ກອງປະຊຸມຄັ້ງນີ້. ຄຽງຂ້າງນັ້ນ, ຄະນະປະຈຳສະພາແຫ່ງຊາດຈະໃຫ້ຄຳເຫັນກ່ຽວກັບການຈັດແບ່ງ 2 ໂຄງການຈຸດໝາຍແຫ່ງຊາດ ນັ້ນແມ່ນການປ່ຽນແປງຂອງດິນຟ້າອາກາດ ແລະ ແກ້ໄຂມົນລະຜິດສິ່ງແວດລ້ອມ ແລະ ບັນດາເນື້ອໃນສຳຄັນອື່ນໆອີກ. ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະກຳມາທິການບັນດາບັນຫາສັງຄົມຂອງສະພາແຫ່ງຊາດ ໃຫ້ຮູ້ວ່າ.
“ໃນວາລະປະຊຸມນີ້ໄດ້ມີບັນດາຈຸດໄໝ່ນັ້ນແມ່ນ, ເປັນຄັ້ງທຳອິດທີ່ລັດຖະບານຍົກມີບົດລາຍງານໝາກຜົນແຫ່ງການປະຕິບັດມະຕິກ່ຽວກັບການຊັກຖາມ ແລະ ຕອບຄຳຊັກຖາມຂອງກອງປະຊຸມສະໄໝກ່ອນ. ທີ່ 2 ແມ່ນ ເປັນຄັ້ງທຳອິດທີ່ພວກເຮົາມີມະຕິກ່ຽວກັບຍຸດທະສາດການປະຕິຮູບຍຸດຕິທຳ. ຂ້າພະເຈົ້າຄິດວ່າ ນັ້ນແມ່ນໜຶ່ງໃນບັນດາສາຍເຫດເພື່ອໃຫ້ວາລະປຶກສາກ່ຽວກັບການປະຕິຮູບຍຸດຕິທຳຄັ້ງນີ້ ໄດ້ມີການຫັນປ່ຽນຢ່າງຕັ້ງໜ້າກວ່າ, ບັນດາບັນຫາທີ່ວາງອອກກ່ຽວກັບການປະຕິຮູບຍຸດຕິທຳມີຄວາມດຶງດູດກວ່າ. ພວກເຮົາມີວາລະປະຊຸມ 13 ຄັ້ງ ໄດ້ຮັບການຖ່າຍທອດສົດຜ່ານໂທລະພາບ, ວິທະຍຸກະຈາຍສຽງ ແລະ ໄດ້ສ່ອງແສງຢ່າງລະອຽດທີ່ສຸດແມ່ນການພົບປະກັບຜູ້ມີສິດເລືອກຕັ້ງຄັ້ງຜ່ານມາ, ປະຊາຊົນຫຼາຍຄົນໄດ້ແບ່ງປັນກ່ຽວກັບບັນດາບັນຫາໄດ້ຮັບການຖ່າຍທອດສົດຜ່ານໂທລະພາບ, ວິທະຍຸກະຈາຍສຽງ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ບັນດາຂໍ້ມູນໄດ້ໄປເຖິງຜູ້ມີສິດເລືອກຕັ້ງ”.
ວາລະປະຊຸມຄັ້ງທີ 13 ຂອງຄະນະປະຈຳສະພາແຫ່ງຊາດ ຄາດເວ່າຈະດຳເນີນແຕ່ວັນທີ 11 ຮອດວັນທີ 14/12.