ໄຂວາລະປະຊຸມຄັ້ງທີ31ຄະນະປະຈຳສະພາແຫ່ງຊາດ

ໄຂວາລະປະຊຸມຄັ້ງທີ31ຄະນະປະຈຳສະພາແຫ່ງຊາດ - ảnh 1
ໄຂ​ວາ​ລ​ະ​ປ​ະ​ຊຸມ​ຄັ້ງ​ທີ 31 ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ
(ພາບ: Nhan Sáng-TTXVN)

(vovworld) – ຕອນ​ເຊົ້າ​ວັນ​ທີ 22/9, ຢູ່​ຮ່າ​ໂນ້ຍ ໄດ້​ໄຂ​ວາ​ລ​ະ​ປ​ະ​ຊຸມ​ຄັ້ງ​ທີ 31 ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ, ​ເພື່ອກະ​ກຽມ​ເນື້ອ​ໃນ​ໃຫ້​ແກ່ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 8, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13, ​ຊິ່ງຄາດ​ວ່າ​ຈະຈັດ​ຂຶ້ນ​ໃນ​ທ້າຍ​ເດືອນ 10 ຈະ​ມາ​ເຖິງ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ຊີ້​ແຈ້ງວ່າ, ທີ່​ວາ​ລະ​ປະ​ຊຸມ, ຈັດ​ຂຶ້ນແຕ່ວັນ​ທີ 22/9 ​ຮອດ​ວັນ​ທີ 2/10, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ຈະ​ປະ​ກອບ​ຄຳ​ເຫັ​ນ​ເຂົ້າຮ່າງ​ກົດ​ໝາຍ 15 ສະ​ບັບ, ໃນ​ນັ້ນ​ມີ​​ຮ່າງ​ກົດ​ໝາຍ​ສຳ​ຄັນ​ຫຼາຍ​ສະ​ບັບຄື: ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ພົນ​ລະ​ເມືອງ (ສະ​ບັບ​ປັບ​ປຸງ), ກົດ​ໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ຜູ້​ແທນ​ສະ​ພາ​ປະ​ຊາ​ຊົນ, ກົດ​ໝາຍ​ວ່າ​ດ້ວຍ​ການ​ຈັດ​ຕັ້ງ​ລັດ​ຖະ​ບານ (ສະ​ບັບ​ປັບປຸງ), ກົດ​ໝາຍ​ວ່າ​ດ້ວຍ​ການ​ຈັດ​ຕັ້ງ​ອຳ​ນາດ​ການ​ປົກ​ຄອ​ງ​ທ້ອງ​ຖີ່ນ… ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ກໍ່​ຈະ​ປະ​ກອບ​ຄຳ​ເຫັນ​ໃສ່​ບົດ​ລາຍ​ງານ​ຂອງ​ລັດ​ຖະ​ບານ​ກ່ຽວ​ກັບ​ວຽກ​ງານ​ຕໍ່​ສູ້​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ ແລະ ລະ​ເມີດ​ກົດ​ໝາຍ, ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງຫຼວງ​ປີ 2014, ກ່ຽວ​ກັບ​ການ​ປະ​ກາດ​ໃຊ້​ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ໃໝ່​ຫຼັກ​ສູດ, ປື້ມ​ຕຳ​ລາ​ຮຽນ​ສາ​ມັນ. ສຳ​ລັບ​ການ​ເຄື​່ອນ​ໄຫວ​ຕິດ​ຕາມກວດ​ກາ, ຄະ​ນະ​ປະ​ຈ​ຳ​ສະ​ພາ​ແຫ່ງ​ຊາດ ຈະ​ປຶກ​ສາ​ຫາ​ລື ກ່ຽວ​ກັບ​ບົດ​ລາຍ​ງານ​ເພີ່ມ​ເຕີມ​ຂອງ​ລັດ​ຖະ​ບານ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ການ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖາ​ນ​ເສດ​ຖະ​ກິດ​ຄືນ​ໃໝ່​ໃນ​ຂົງ​ເຂດ​ການ​ລົງ​ທຶນ​​ຂອງ​ລັດ, ​ລັດວິ​ສາ​ຫະ​ກິດ​ ແລະ ລະ​ບົບ​ທະ​ນາ​ຄານ. ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຈະ​ສະ​ຫງວນ​ເວ​ລາ 1 ວັນ​ເພື່ອ​ດຳ​ເນີນ​ການ​ຊັກ​ຖາມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້​ອມ ແລະ ຜູ້​ວ່າ​ການ​ທະ​ນາ​ຄານ​ແຫ່​ງ​ລັດ ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ຂຶ້ນ​ກັບ​ກ​ານ​ຄຸ້ມ​ຄອງ​ຂອງ 2 ອົງ​ການນີ້.

        ໃນ​ຕອນ​ເຊົ້າ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ໄດ້​ປະ​ກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ພົນ​ລະ​ເມືອງ (ສະ​ບ​ັບ​ປັບ​ປຸງ). ເມື່ອ​ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ​​ວ່າ​ດ້ວຍ​ພົນລະ​ເມືອງ (ສະບັບ​ປັບປຸງ), ບັນດາ​ຜູ້​ແທນ​ໄດ້​ເຫັນ​ດີ​ຕໍ່​ເລື່ອງ​ຕ້ອງ​ປັບປຸງ​ໂດຍ​ພື້ນຖານ, ຮອບດ້ານ. ຄຳເຫັນ ສ່ວນຫຼາຍຖືວ່ານີ້ແມ່ນກົດໝາຍສຳຄັນທີ່ສຸດ, ກະທົບເຖິງບັນດາການພົວພັນ ພື້ນຖານຂອງສັງຄົມ, ສົ່ງຜົນສະທ້ອນໂດຍກົງເຖິງທຸກການເຄື່ອນໄຫວ ​ແລະ ຊີວິດ​ຂອງ​ບັນດາ​ອົງການຈັດຕັ້ງ, ສ່ວນ​ບຸກຄົນ, ຄອບຄົວ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ​ໃສ່​ໃຈ​ວ່າ:

  “ຄຳຮຽກຮ້ອງຂອງກົດໝາຍຄັ້ງນີ້ແມ່ນ ລັດຖະທຳມະນູນໄດ້ກຳນົດແຕ່ໃນກົດໝາຍສະບັບເກົ່າຍັງບໍ່ທັນກຳນົດຈະແຈ້ງ, ​ໃນຄັ້ງນີ້ຕ້ອງກຳນົດຄື: ສິດກຳມະສິດ, ສິດປະຊາທິປະໄຕໃນການຫາເງິນລ້ຽງຊີບ, ດຳເນີນທຸລະກິດໂດຍເສລີ, ບົດບາດຂອງສານດ້ວຍຖານະແມ່ນອົງການຕຸລາການ“./.

 


ຂ່າວ/ບົດ​ອື່ນ