ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງກ່າວຄຳເຫັນ
ໄຂວາລະປະຊຸມເທື່ອທີ 39 ຂອງຄະນະປະຈຳສະພາແຫ່ງຊາດ
(ພາບ: Nhan Sang/TTXVN)
(vovworld) - ກ່າວຄຳເຫັນໄຂວາລະປະຊຸມເທື່ອທີ 39 ຂອງຄະນະປະຈຳສະພາແຫ່ງຊາດ ໃນຕອນເຊົ້າວັນທີ 14/7, ຢູ່ ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຊີ້ແຈ້ງວ່າ: ທີ່ວາລະປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ຈະດຳເນີນການຕີລາຄາໝາກຜົນຂອງກອງປະຊຸນສະໄໝສະມັນເທື່ອທີ 9 ຫວ່າງແລ້ວນີ້ ພ້ອມທັງປະກອບຄວາມເຫັນເບື້ອງຕົ້ນກ່ຽວກັບການກະກຽມກອງປະຊຸມສະໄໝສະມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ 13. ທ່ານປະທານສະພາແຫ່ງຊາດ ຖືວ່າ: ກອງປະຊຸມສະໄໝສະມັນເທື່ອທີ 9 ແມ່ນກອງປະຊຸມໄດ້ຮັບການສະໜັບສະໜູນຈາກປະຊາຊົນ, ເສີມຂະຫຍາຍນ້ຳໃຈສາມັກຄີ, ປະຊາທິປະໄຕ, ພຸມປັນຍາ ແລະ ການປ່ຽນໃໝ່ຂອງສະພາແຫ່ງຊາດ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ສະເໜີບັນດາສະມາຊິກຄະນະປະຈຳສະພາແຫ່ງຊາດ ສະຫງວນເວລາສ່ວນຫຼາຍ ເພື່ອພິຈາລະນາເນື້ອໃນ ຕ່າງໆ ເພື່ອກະກຽມໃຫ້ກອງປະຊຸມສະໄໝສະມັນເທື່ອທີ 10 ເພາະວ່າ: ນີ້ແມ່ນກອງປະຊຸມສະໄໝສະມັນທ້າຍປີດ້ວຍເນື້ອໃນທີ່ສຳຄັນຫລາຍຢ່າງ.
ພາຍຫຼັງພິທີໄຂວາລະປະຊຸມເທື່ອທີ 39, ຄະນະປະຈຳສະພາແຫ່ງຊາດ ໄດ້ໃຫ້ຄຳເຫັນກ່ຽວກັບໝາກຜົນຂອງກອງປະຊຸມສະໄໝສາມັນເທື່ອທີ 9 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ແລະ ປະກອບຄຳເຫັນເບື້ອງຕົ້ນກ່ຽວກັບການກະກຽມໃຫ້ກອງປະຊຸມສະໄໝສາມັນ ເທື່ອທີ 10, ສະພາແຫ່ງຊາດຫວຽດນາມຊຸດທີ 13. ບັນດາສະມາຊິກຄະນະປະຈຳສະພາແຫ່ງຊາດ ຢືນຢັນວ່າ, ໝາກພົນຂອງກອງປະຊຸມເທື່ອທີ 9 ສືບຕໍປະກອບສ່ວນຢ່າງແທດຈິງເຂົ້າໃນເລື່ອງ ນຳລັດຖະທຳມະນູນເຂົ້າສູ່ຊີວິດຕົວຈິງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຕົວຈິງ, ຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງໃນທົ່ວປະເທດ ແລະ ໄດ້ຮັບການຕີລາຄາສູງຈາກປະຊາຊົນ. ກ່ຽວກັບບັນດາເນື້ອໃນຂອງກອງປະຊຸມສະໄໝສາມັນເທື່ອທີ 10, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລິວ ສະເໜີວ່າ, ບັນດາບົດລາຍງານທີ່ສະເໜີຕໍ່ສະພາແຫ່ງຊາດ ຕ້ອງສະແດງໃຫ້ເຫັນຈິດໃຈເດັດດຽວຂອງສະພາແຫ່ງຊາດ ໃນການຫັນລັດຖະທຳມະນູນປີ 2013 ເປັນລະອຽດ.
ກໍ່ທີ່ວາລະປະຊຸມ, ຄຳເຫັນສ່ວນຫຼາຍໄດ້ຫັນດີຕໍ່ໃບສະເໜີກ່ຽວກັບເລື່ອງກະກຽມ ໃຫ້ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ 13. ຕາມນັ້ນແລ້ວ, ສະພາແຫ່ງຊາດຈະປຶກສາຫາລືຮັບຮອງເອົາຮ່າງກົດໝາຍ 16 ສະບັບ, ຮ່າງມະຕິ 1 ສະບັບ; ໃຫ້ຄຳເຫັນໃສ່ຮ່າງກົດໝາຍ 10 ສະບັບ; ພິຈາລະນາບັນດາບົດລາຍງານກ່ຽວກັບສະພາບເສດຖະກິດສັງຄົມປີ 2015, ໄລຍະ 2011 – 2015 ແລະ ໜ້າທີ່ຂອງປີ 2016 …
ຕອນບ່າຍວັນດຽວກັບ, ຄະນະປະຈຳສະພາແຫ່ງຊາດ ໄດ້ໃຫ້ຄຳເຫັນໃສ່ໃບສະເໜີຂອງປະທານສານປະຊາຊົນສູງສຸດກ່ຽວກັບ ການສ້າງຕັ້ງສານປະຊາຊົນ ຢູ່ບາງເມືອງ, ເທດສະບານຂຶ້ນກັບແຂວງ; ໃບສະເໜີຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດກ່ຽວກັບລະບອບເງິນ ເພີ່ມໃຫ້ການນຳ, ຄຸ້ມຄອງ; ເພີ່ມເຕີມພະນັກງານ, ລະບອບເງິນເດືອນ ແລະ ເງິນເພີ່ມຂອງຕຳແໜ່ງນິຕິກຳ…