ໄຂວາລະປະຊຸມເທື່ອທີ41ຄະນະປະຈຳສະພາແຫ່ງຊາດ
(ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ
ກ່າວຄຳເຫັນໄຂວາລະປະຊຸມເທື່ອທີ 41)
(vovworld) – ຕອນເຊົ້າວັນທີ 14/9 ຢູ່ຮ່າໂນ້ຍ, ພາຍໃຕ້ການເປັນເຈົ້າພາບຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຊິງຮຸ່ງ, ຄະນະປະຈຳສະພາແຫ່ງຊາດ ໄຂວາລະປະຊຸມເທື່ອທີ 41. ກ່າວຄຳເຫັນໄຂວາລະປະຊຸມ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ໃຫ້ຮູ້ວ່າ: ທີ່ວາລະປະຊຸມເທື່ອທີ 41 ຂອງຄະນະປະຈຳສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ຈະໃຫ້ຄວາມເຫັນກ່ຽວກັບບັນດາບັນຫາໃຫຍ່ ທີ່ຍັງມີຄວາມເຫັນແຕກຕ່າງກັນຂອງຮ່າງປະມວນກົດໝາຍອາຍາ (ສະບັບປັບປຸງ); ໃຫ້ຄວາມເຫັນຄັ້ງທຳອິດໃສ່ບັນດາຮ່າງກົດໝາຍທີ່ມີລັກສະນະປະຊາທິປະໄຕ ສັງຄົມ, ລວມມີ: ກົດໝາຍວ່າດ້ວຍສື່ມວນຊົນ (ສະບັບປັບປຸງ); ກົດໝາຍກ່ຽວກັບສະມາຄົມ, ພ້ອມທັງໃຫ້ຄວາມເຫັນກ່ຽວກັບບັນດາຮ່າງກົດໝາຍອື່ນໆຄື: ກົດໝາຍວ່າດ້ວຍການຢາ(ສະບັບປັບປຸງ); ກົດໝາຍວ່າດ້ວຍແຜນຜັງ…ກ່ຽວກັບວຽກງານຕິດຕາມກວດກາ,ຄະນະປະຈຳສະພາແຫ່ງຊາດ ໃຫ້ຄວາມເຫັນກ່ຽວກັບການປະຕິບັດບັນດາມະຕິຂອງສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດກ່ຽວກັບການເຄື່ອນໄຫວຕິດຕາມກວດກາຫົວເລື່ອງສະເພາະ, ການເຄື່ອນໄຫວຊັກຖາມແຕ່ຕົ້ນອາຍຸການຊຸດທີ 13 ເຖິງປີ 2015; ລາຍງານຜົນແຫ່ງການຕິດຕາມກວດກາກ່ຽວກັບການເຄື່ອນໄຫວຂອງສະພາປະຊາຊົນແຂວງ, ນະຄອນຂຶ້ນກັບສູນກາງ…ຄະນະປະຈຳສະພາແຫ່ງຊາດກໍພິຈາລະນາ, ປຶກສາຫາລື ແລະ ໃຫ້ຄວາມເຫັນກ່ຽວກັບການກະກຽມໃຫ້ກອງປະຊຸມສະໄໝສະມັນເທື່ອທີ 10 ຂອງສະພາແຫ່ງຊາດ ແລະ ເນື້ອໃນສຳຄັນອື່ນໆອີກ.
ພາຍຫລັງພິທີໄຂ, ຄະນະປະຈຳສະພາແຫ່ງຊາດ ໃຫ້ຄວາມເຫັນກ່ຽວກັບຮ່າງປະມວນກົດໝາຍອາຍາ (ສະບັບປັບປຸງ). ວາລະປະຊຸມແກ່ຍາວຮອດວັນທີ 24/9.