(vovworld) – ຕອນຄໍ່າວັນທີ 21/11, ຢູ່ຮ່າໂນ້ຍ, ໄດ້ໄຂສັບປະດາວັດທະນະທຳ, ທ່ອງທ່ຽວທະເລ ໝູ່ເກາະຫວຽດນາມ - ຮ່າໂນ້ຍ 2014 ແລະ ລາຍງານສິລະປະ “ເຊີດຊູວັດທະນະທຳ, ທ່ອງທ່ຽວທະເລ ໝູ່ເກາະຫວຽດນາມ”, ສັບປະດາວັດທະນະທຳ, ທ່ອງທ່ຽວທະເລ ໝູ່ເກາະຫວຽດນາມ - ຮ່າໂນ້ຍ ດຳເນີນໄປແຕ່ວັນທີ 20 – 24/11, ຢູ່ຮ່າໂນ້ຍ. ກ່າວຄຳເຫັນທີ່ພິທີໄຂ, ທ່ານ ເວືອງຢຸຍບຽນ, ລັດຖະມົນຕີຊ່ວຍວ່າການກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ໃຫ້ຮູ້ວ່າ.
“ສັບປະດາທ່ອງທ່ຽວທະເລໝູ່ເກາະຫວຽດນາມ ແມ່ນການເຄື່ອນໄຫວເພື່ອໂຄສະນາ, ເຊີດຊູບັນດາຄຸນຄ່າວັດທະນະທຳ, ທ່ອງທ່ຽວພິເສດຂອງເຂດທະເລໝູ່ເກາະຫວຽດນາມ ເຖິງປະຊາຊົນໃນທົ່ວປະເທດ ແລະ ເພື່ອນມິດສາກົນ. ຈາກນັ້ນ, ຍົກສູງຄວາມຮັບຮູ້, ຄວາມເອກອ້າງທະໜົງໃຈຂອງຊາດ ແລະ ໜ້າທີ່ຮັບຜິດຊອບຂອງປະຊາຄົມ ໃນວຽກງານຄຸ້ມຄອງ, ອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າປະຫວັດສາດ, ຊັບພະຍາກອນ, ສິ່ງແວດລ້ອມ, ວັດທະນະທຳ, ທ່ອງທ່ຽວເຂດທະເລໝູ່ເກາະ, ປະກອບສ່ວນໃຫ້ແກ່ການພັດທະນາຂອງປະເທດຊາດແບບຍືນຍົງ ກໍ່ຄືພາລະກິດປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະຂອງປະເທດຊາດ”.
ເນື່ອງໃນໂອກາດນີ້, ຢູ່ 13 ແຂວງ, ນະຄອນທີ່ເຂົ້າຮ່ວມເຫດການ ຈະແນະນຳຄວາມງາມດ້ານວັດທະນະທຳ, ປູຊະນີຍະສະຖານ, ງານບຸນ… ເຖິງມະຫາຊົນ. ທ່ານ ຟານວັນຕູ໋, ຜູ້ອຳນວຍການສູນຂໍ້ມູນຂ່າວສານສົ່ງເສີມການທ່ອງທ່ຽວແຂວງກວາງນາມ ໃຫ້ຮູ້ວ່າ.
“ແຂວງກວາງນາມ ໄດ້ໂຄສະນາບັນດາຈຸດວັດທະນະທຳສະເພາະກ່ຽວກັບວັດທະນະທຳເຂດທະເລໝູ່ເກາະ ແລະ ທ່ອງທ່ຽວເຂດທະເລໝູ່ເກາະຂອງແຂວງ ລວມມີບັນດາມໍລະດົກໂລກຄື:ໂຮ້ຍອານ, ມີ້ເຊີນ ແລະ ເຂດນິເວດວິທະຍາຂອງໂລກ ກູລາວຈ່າມ. ພ້ອມທັງໂຄສະນາບັນດາເຂດຕາກອາກາດທະເລທີ່ມີຊື່ສຽງ… ນອກຈາກບັນດາປັດໃຈດ້ານເສດຖະກິດສັງຄົມ, ເຫດການນີ້ຍັງມີຄວາມໝາຍດ້ານການເມືອງຢ່າງເລິກເຊິ່ງ, ປະກອບສ່ວນຢັ້ງຢືນອະທີປະໄຕທະເລ, ໝູ່ເກາະຫວຽດນາມ ອີກດ້ວຍ”.