(vovworld) – ສັບປະດາວັດທະນະທຳກຳປູເຈຍ ຢູ່ຫວຽດນາມ ຖືກໄຂຂຶ້ນຢ່າງເປັນທາງການຢູ່ນະຄອນໂຮ່ຈິມິນ, ໃນຕອນຄໍ່າວັນທີ 09/11. ນີ້ແມ່ນການເຄື່ອນໄຫວພົບປະແລກປ່ຽນດ້ານວັດທະນະທຳ ເພື່ອແນໃສ່ປະຕິບັດແຜນການຮ່ວມມືດ້ານວັດທະນະທຳ - ສິລະປະລະຫວ່າງ 2 ປະເທດຫວຽດນາມ - ກຳປູເຈຍ ໄລຍະແຕ່ປີ 2012 ຮອດປີ 2017, ໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ສົມທົບກັບກະຊວງວັດທະນະທຳ ແລະ ສິລະປະແຫ່ງລາຊະອານາຈັກ ກຳປູເຈຍ ຈັດຕັ້ງ. ຈຸດພົ້ນເດັ່ນຂອງເຫດການນີ້ແມ່ນພິທີສະເຫຼີມສະຫຼອງ 62 ປີແຫ່ງວັນສະຖາປະນາລາຊະອານາຈັກກຳປູເຈຍ ເຊິ່ງດຳເນີນຢູ່ນະຄອນໂຮ່ຈິມິນ ໃນວັນທີ 09/11 ແລະ ລາຍການສະແດງສິລະປະທີ່ເປັນເອກະລັກສະເພາະເພື່ອຂໍ່ານັບຮັບຕ້ອນວັຍໄຂສັບປະດາວັດທະນະທຳກຳປູເຈຍ ຢູ່ໂຮງລະຄອນ ເບັ໋ນແທ່ງ. ອ້າຍ Thon Bunheng, ນັກສຶກສາກຳປູເຈຍ ພວມຮໍ່າຮຽນຢູ່ມະຫາວິທະຍາໄລຊັບພະວິຊານະຄອນໂຮ່ຈິມິນ ແບ່ງປັນວ່າ.
“ໃນນາມເປັນຊາວກຳປູເຈຍ ຄົນໜຶ່ງ, ຂ້າພະເຈົ້າຮູ້ສຶກມີຄວາມເບີກບານມ່ວນຊື່ນທີ່ສຸດ ເມື່ອໄດ້ເຂົ້າຮ່ວມລາຍການນີ້. ລາຍການນີ້ມີຄວາມໝາຍສຳຄັນພິເສດ ຍ້ອນມັນໄດ້ຊ່ວຍໃຫ້ບັນດາຄົນລຸ້ນໜຸ່ມເຂົ້າໃຈກ່ຽວກັບພື້ນຖານວັດທະນະທຳຂອງ 2 ຊາດຫວຽດນາມ - ກຳປູເຈຍ. 2 ຝ່າຍຈະຮ່ວມມືກັນຢ່າງຍາວນານ, ມິດຕະພາບ ແລະ ສັນຕິພາບ”.