ໄຂສັບປະດາວັດທະນະທຳຫວຽດນາມຢູ່ອີຕາລີ

ໄຂສັບປະດາວັດທະນະທຳຫວຽດນາມຢູ່ອີຕາລີ - ảnh 1
ງານ​ວາງ​ສະ​ແດງ​ຮູບ​ຖ່າຍ ຫ​ວຽດ​ນາມ ຢູ່ ອີ​ຕາ​ລີ​ເມື່ອ​ເດືອ​ນ 9/2014
(ພາບ: Trịnh Minh Đức/Vietnam+)


(vovworld) – ວັນ​ທີ 12/1, ຢູ່​ຫໍ​ພິ​ພິ​ຕະ​ພັນ​ແຫ່ງ​ຊາດ IL Vittoriano ຢູ່​ນະ​ຄອນຫຼວງ Rome, ໄດ້​ດຳ​ເນີນ​ພິ​ທີ​ໄຂ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ ຫວຽດ​ນາມ  ຢູ່ ອີ​ຕາ​ລີ. ເຫດ​ການນີ້​ໂດຍ​ກະ​ຊວງວັດ​ທະ​ນະ​ທຳ - ກິ​ລາ ແລະ ທ່ອ​ງ​ທ່ຽວ ຫວຽດ​ນາມ, ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ອີ​ຕາ​ລີ ຈັດ​ຕັ້ງ, ສົມ​ທົບ​ກັບ​ບັນ​ດາ​ອົງ​ການ​​ປະ​ເທດ​ເຈົ້າ​ພາບ​ຄື: ສະ​ຫະ​ສະ​ມາ​ຄົມ ທ່ອງ​ທ່ຽວ, ສະ​ຫະ​ສະ​ມາ​ຄົມຮູບ​ເງົາ, ສະ​ຫະ​ພັນ​ວົງ​ການ​ເຈົ້າ​ຂອງ​ອຸ​ສາ​ຫະ​ກຳ, ສະ​ພາ​ເວ​ລາ ແລະ ວັດ​ທະ​ນະ​ທຳ ອີ​ຕາ​ລີ - ຫວຽດ​ນາມ, ບໍ​ລິ​ສັດແຟ​ຊັນ Gattinoni ແລະ ອຳ​ນາດ​ການ​ປົ​ກ​ຄອງ​ນະ​ຄອນ Rome. ທ່ານ ຫງວຽນ​ຈູ່ງ​ແຄ໋ງ, ຫົວ​ໜ້າ​ກົມ​ຮ່ວມ​ມື​ສາ​ກົນ, ກະ​ຊວງວັດ​ທະ​ນະ​ທຳ - ກິ​ລາ ແລະ ທ່ອງ​ທ່ຽວ, ໃຫ້​ຮູ້​ວ່າ: ສັບ​ປະ​ດາ​ວັດ​ທະ​ນະ​ທຳ ຫວຽດ​ນາມ ຢູ່ Rome ນອນ​ໃນ​ບັນ​ດາ​ເຫດ​ການ​ວັດ​ທະ​ນະ​ທ​ຳ​ເພື່ອ​ແນ​ໃສ່​ໂຄ​ສະ​ນາ​ເຜີຍ​ແຜ່ປະ​ເທດ​ຊາດ ແລະ ຊາວ ຫວຽດ​ນາມ, ມຸ່ງ​ໄປ​ເຖິງ​ງານ​ວາງ​ສະ​ແດງ​ໂລ​ກ EXPO 2015 ຢູ່​ນະ​ຄອນ Milan, ອີ​ຕາ​ລີ ໃນ​ເດືອນ 5 ຈະ​ມາ​ເຖິງ.

        ໃນ​ຂອບ​ເຂດ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ ຫວຽດ​ນາມ ຢູ່ ອີ​ຕາ​ລີ ຈະ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຕ່າງໆ​ຄື: ກອງ​ປະ​ຊຸມ​ສຳ​ມະ​ນາ​ສົ່ງ​ເສີມ​ການ​ທ່ອງ​ທ່​ຽວ, ການ​ຮ່ວມ​ມື​ເສດ​ຖະ​ກິດ, ຮູບ​ເງົາ​ລະ​ຫວ່າງ ຫວຽດ​ນາມ ແລະ ອີ​ຕາ​ລີ, ວັນ​ຟິມ​ຮູບ​ເງົາ ຫວຽດ​ນາມ ຢູ່ ອີ​ຕາ​ລີ, ຜ່ານນັ້ນ​ໄດ້​ໂຄ​ສະ​ນາ​ເຜີຍ​ແຜ່​ພາບ​ພົດ ຫວຽດ​ນາມ ແລະ ຊຸກ​ຍູ້​ການ​ຮ່ວມ​ມື 2 ຝ່າຍ​ໃນ​ບັນ​ດາ​ຂົງ​ເຂດນີ້.

ຂ່າວ/ບົດ​ອື່ນ