ໄຂສັບປະດາສາຍຟິມ ຮູບເງົາເຄື່ອນທີ່ສະເຫຼີມ ສະຫຼອງ 60 ປີແຫ່ງ ໄຊຊະນະດ້ຽນບຽນຝຸ

ໄຂສັບປະດາສາຍຟິມ ຮູບເງົາເຄື່ອນທີ່ສະເຫຼີມ ສະຫຼອງ 60 ປີແຫ່ງ ໄຊຊະນະດ້ຽນບຽນຝຸ - ảnh 1
(ພາບປະກອບ)

(vovworld) - ຕອນ​ຄໍ່າ​ວັນ​ທີ 28/04, ຢູ່​ແຂວງ ດ້ຽນບຽນ, ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ​ໄດ້​ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ດ້ຽນບຽນ ​ໄຂ “​ສັບ​ປະດາສາຍຟິມຮູບ​ເງົາ​ເຄື່ອນ​ທີ່ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ໄຊຊະນະ​ດ້ຽນບຽນ​ຝຸ”. ສັບປະດາ​ຟິມຮູບ​ເງົາ​ເລີ່ມ​ສາຍ​ແຕ່​ວັນ​ທີ 23/04 – 20/05 ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ, ​ແນະນຳ, ຮັບ​ໃຊ້​ປະຊາຊົນ​​ເປັນ​ຈຳນວນ​ຫຼວງ​ຫຼາຍ ​ແລະ ຜູ້​ນິຍົມ​ຟິມຮູບ​ເງົາ​ໃນ​ທົ່ວ​ປະ​ເທດ ບັນດາ​ຮູບ​ເງົນທີ່​ມີຫົວ​ຂໍ້​ກ່ຽວ​ກັບ​ສົງຄາມ, ການປະຕິວັດ ​ແລະ ກ່ຽວ​ກັບ​ດິນ​ແດນ, ຊາວ​ດ້ຽນບຽນ. ບັນດາ​ຟິມຮູບ​ເງົາ​ທີ່​ໄດ້​ສາຍ​ຫົວ​ຂໍ້​ກ່ຽວ​ກັບ​ໄຊຊະນະ​ດ້ຽນບຽນ​ຝຸ ​ເມື່ອ​ປີ 1954, ຄື “ຍືນ​ຍົງ​ຄົງ​ຕົວ​ພ້ອມ​ກັບ​ປະຫວັດ​ຊາດ”, “ດ້ຽນບຽນ ບ້ານ​ເກີດ​ເມືອງ​ນອນ​ຂອງ​ຂ້ອຍ”, “ຄວາມ​ຊົງ​ຈຳ​ກ່ຽວ​ກັບ​ດ້ຽນບຽນ”.

​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 60 ປີ ​ແຫ່ງ​ວັນ​ໄຊຊະນະ​ດ້ຽນບຽນ​ຝູ (7/5/1954-7/5/2014) ​ແລະ ວັນ​ລົງ​ນາມ​ໃນ​ສັນຍາ​​ເຊີ​ແນວ (20/7/1954-20/7/2014). ​ໂຮງພິມ​ຈຳໜ່າຍການ​ເມືອງ​ແຫ່ງ​ຊາດ - ຄວາມ​ຈິງ ​ໄດ້​ສະ​ເໜີ​ປື້​ມກ່ຽວ​ກັບ​ບັນດາ​ເຫດການ​ທີ່​ຍິ່ງ​ໃຫຍ່.

        ​ໃນ​ນັ້ນ​ມີ​ປື້​ມ ”ດ້ຽນບຽນ​ຝູ - ບັ້​ນ​ຮົບ​​ໄຊຊະນະ​ຂອງ​ສະຕະວັດ”​ ໂດຍ​ພົນ​ໂທ, ສາ​ສະ​ດາ​ຈານ ຮ່ວາງ​ມິ​ງຖາວ ​ເປັນ​ຫົວໜ້າ​ຮຽບຮຽງ, ​ແລະ ປື້​ມ ”ຂຽນ​ກ່ຽວ​ກັບ​ດ້ຽນບຽນ” ຂອງ​ແທບ​ເມີ້​ຍ, ປື້​ມ ”​ໄຊຊະນະ​ດ້ຽນບຽນ​ຝູ - ຂີດ​ໝາຍ​ປະຫວັດສາດ”, ປື້​ມ ”​ໄຊຊະນະ​ກ້ຽນບຽນ​ຝູ - ​ເຫດການ - ຖາມ ​ແລະ ຕອບ” ບັ້ນ​ດາ​ປື້​ມ​ເຫຼົ່າ​ນັ້ນ​ໄດ້​ປະກອບສ່ວນ​ວາດ​ພາບ​ການ​ຜັນ​ແປ​ທັງ​ໝົດ​ຂອງ​ບັ້ນ​ຮົບ 1953-1954, ​ເຊິ່ງພົ້ນ​ເດັ່ນ​ແມ່ນ​ໄຊຊະນະ​ປະຫວັດສາດ ດ້ຽນບຽນ​ຝູ, ຕະຫຼອດ​ເຖິງ​ເວລາ​ສັນຍາ​ເຊີ​ແນວ​ໄດ້​ຮັບ​ການ​ລົງ​ນາມ. ນອກ​ນັ້ນ, ໂຮງພິມ​ຈຳໜ່າຍການ​ເມືອງ​ແຫ່ງ​ຊາດ - ຄວາມ​ຈິງ ກໍ່​ໄດ້​ພິມ​ຈຳໜ່າຍ​ປື້​ມ​ໂລກ​​ໂສກ​ເສົ້າເສຍດາຍ ​ແລະ ຍ້ອງຍໍ​ພົນ​ເອກ ຫວໍ​ງວຽນ​ຢາ​ບອີກ​ດ້ວຍ.


ຂ່າວ/ບົດ​ອື່ນ