(vovworld) - ຮອບເຈລະຈາຄັ້ງທີ 3 ກ່ຽວກັບສັນຍາການຄ້າເສລີ (FTA) ລະຫວ່າງຫວຽດນາມ ແລະ ພັນທະພາບພາສີ ເຊິ່ງລວມມີ 3 ປະເທດລັດເຊຍ, ເບລາຣຸດ ແລະ ກາຊັກສຖານ ຖືກໄຂຂຶ້ນໃນວັນທີ 09 ກັນຍາ, ຢູ່ນະຄອນຫຼວງ Minsk ຂອງປະເທດ ສ.ເບລາຣຸດ. ເຂົ້າຮ່ວມຮອບເຈລະຈາມີບັນດາຜູ້ຕາງໜ້າຄະນະຜູ້ແທນຫວຽດນາມ ແລະ ຄະນະກຳມະການເສດຖະກິດອາຊີ - ເອີລົບ ຂອງພັນທະພາບພາສີ. ໃນການເຮັດວຽກເປັນເວລາ 5 ວັນ, ບັນດາຄະນະເຈລະຈາ ຈະປຶກສາຫາລືກ່ຽວກັບບັນຫາການຄ້າຂາຍສິນຄ້າ, ການບໍລິການ ແລະ ການລົງທຶນ, ກົດໝາຍການຄ້າ ແລະ ແກ້ໄຂຄວາມຂັດແຍ້ງກັນດ້ານການຄ້າ, ຄຸ້ມຄອງພາສີ ແລະ ບັນດາຂໍ້ສະດວກ, ຫຍຸ້ງຍາກດ້ານການຄ້າ ເມື່ອສ້າງຕັ້ງ FTA... ການເຈລະຈາສ້າງຕັ້ງ FTA ລະຫວ່າງຫວຽດນາມ ແລະ ພັນທະພາບພາສີ ໄດ້ເລີ່ມເຄື່ອນໄຫວເມື່ອເດືອນ ມີນາ ຜ່ານມາ. ພາຍຫຼັງການເຈລະຈາເປັນ 2 ຄັ້ງ, ມາຮອດປະຈຸບັນ ບັນດາຝ່າຍໄດ້ເປັນເອກະພາບນຳກັນຖ່ຽວກັບໂຄງຮ່າງຂອງສັນຍາ ແລະ ເສັ້ນທາງສ້າງຕັ້ງ FTA. ເລື່ອງສ້າງຕັ້ງ FTA ຫວຽດນາມ - ພັນທະພາບພາສີ ເຊິ່ງໄດ້ຮັບການຕີລາຄາວ່າ ແມ່ນພື້ນຖານສ້າງບາດກ້າວກະໂດດຂັ້ນໃນການພົວພັນດ້ານການຄ້າ 2 ຝ່າຍ, ພ້ອມທັງເປີດປະຕູໃຫ້ແກ່ສິນຄ້າສົ່ງອອກຂອງຫວຽດນາມ ຢູ່ບັນດາປະເທດຂຶ້ນກັບພັນທະພາບພາສີ.
ຮອບເຈລະຈາຄັ້ງທີ 3 ຢູ່ Minsk ໄດ້ອັດລົງໃນວັນທີ 19 ກັນຍາ ຈະມາເຖິງ.