ໄຂເວທີປາໄສ WEF ກ່ຽວກັບຕາເວັນອອກກາງແລະອາຟະລິກາເໜືອຄັ້ງທີ 17

(VOVWORLD) -ພິທີໄຂເວທີປາໄສເສດຖະກິດໂລກ (WEF) ກ່ຽວກັບຕາເວັນອອກກາງແລະອາຟະລິກາເໜືອຄັ້ງທີ 17 ຖືກດຳເນີນໃນລະຫວ່າງວັນທີ 06 – 07 ເມສາ, ຢູ່ຈໍແດນ

ເພື່ອແນໃສ່ແກ້ໄຂບັນດາພື້ນຖານການຮ່ວມມືໃໝ່ໃນໂລກອາຣັບ. ຄາດວ່າ, ເວທີປາໄສຄັ້ງນີ້ ຈະເຕົ້າໂຮມການນຳລັດຖະບານ, ວິສາຫະກິດ, ອົງການຈັດຕັ້ງສັງຄົມ ແລະ ນັກຮຽນຮູ້ດ້ານວິຊາການກວ່າ 1.000 ທ່ານ, ດ້ວຍຈຸດສຸມແມ່ນປຶກສາຫາລືກ່ຽວກັບບັນດາພື້ນຖານການຮ່ວມມືໃໝ່ໃນໂລກອາຣັບ, ກຳນົດຮູບແບບເສດຖະກິດ - ສັງຄົມໃໝ່ຂອງພາກພື້ນ, ພ້ອມທັງຍົກອອກບັນດາຂໍ້ລິເລີ່ມກ່ຽວກັບການແກ້ໄຂບັນດາການປະທະກັນທີ່ແກ່ຍາວ.

        WEF ກ່ຽວກັບຕາເວັນອອກກາງ ແລະ ອາຟະລິກາເໜືອ ກໍຈະສຸມໃສ່ບັນຫາການປະທະກັນລະຫວ່າງອິດສະຣາແອັນ ແລະ ປາແລັດສະຕິນ. ນອກນັ້ນ, ເວທີປາໄສຍັງປຶກສາຫາລືບາງຫົວຂໍ້ພວມພົ້ນເດັ່ນຂຶ້ນ ເຊິ່ງພາກພື້ນຕາເວັນອອກກາງ ແລະ ອາຟະລິກາເໜືອ ພວມປະເຊີນໜ້າຄື: ສະພາບການຢູ່ຊີຣີ, ລັດທິຫົວຮຸນແຮງ, ບັນດາໄພພິບັດສິ່ງແວດລ້ອມ ແລະ ບັນຫາຄວາມສະເໝີພາບລະຫວ່າງຍິງ - ຊາຍ.

ຕອບກັບ

ຂ່າວ/ບົດ​ອື່ນ