ໄຂເວທີປາໄສ ອາຊີ ບົວຢາວ 2014
(ພາບປະກອບ)
(vovworld) - ວັນທີ 08/04, ຢູ່ ໄຫໜານ, ປະເທດ ຈີນ ເລີ່ມດຳເນີນບັນດາການເຄື່ອນໄຫວໃນຂອບເຂດເວທີປາໄສ ອາຊີ ບົວຢາວ (Boao Forum for Asia) ປີ 2014. ມີກອງປະຊຸມ ແລະ ການເຈລະຈານັບສີບໆຄັ້ງຖືກຈັດຂຶ້ນກ່ອນທີ່ຈະໄຂກອງປະຊຸມໃນວັນທີ 10/04 ຢ່າງເປັນທາງການຄື: ການເຈລະຈາແງ່ຫວັງເສດຖະກິດອາຊີ 2014, ເວທີປາໄສໂຕະມົນຊາວໜຸ່ມອາຊີ, ກອງປະຊຸມໂຕະມົນການນຳບັນດາກຸ່ມບໍລິສັດ ແລະ ບໍລິສັດລະຫວ່າງຊາດ... ເວທີປາໄສປີນີ້ມີຫົວຂໍ້ວ່າ “ອະນາຄົດຂອງອາຊີ: ຊອກຫາ ແລະ ປົດປ່ອຍກຳລັງພັດທະນາໃໝ່” ໂດຍມີການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີຈີນ ຫຼີເຄືອຊຽງ ພ້ອມກັບການນຳລັດຖະບານຂອງ 10 ປະເທດ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ໄດ້ເຂົ້າຮ່ວມເຫດການນີ້. ນອກຈາກນັ້ນ ຍັງມີຜູ້ແທນເຊິ່ງເປັນນັກການເມືອງ, ການນຳບັນດາວິສາຫະກິດ ແລະ ນັກຮຽນຮູ້ທີ່ມີຊື່ສຽງໃນທົ່ວໂລກປະທານ 3.000 ຄົນເຂົ້າຮ່ວມເວທີປາໄສ. ໃນໄລຍະດຳເນີນເປັນເວລາ 4 ວັນ, ຈະມີການເຄື່ອນໄຫວຖືກຈັດຕັ້ງທັງໝົດ 58 ຄັ້ງ. ບັນດາຜູ້ແທນຈະສຸມໃສ່ປຶກສາຫາລື 3 ເນື້ອໃນຕົ້ນຕໍ່ນັ້ນແມ່ນ: ການປະຕິຮູບ, ການປະດິດຄິດສ້າງ ແລະ ພັດທະນາແບບຍື່ນຍົງ.
ວຽກງານຮັບປະກັນຄວາມສະຫງົບປອດໄພໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຂອງປະເທດເຈົ້າພາບຈີນ, ເພື່ອຮັບປະກັນຜົນສຳເລັດໃຫ້ແກ່ເຫດການຕ່າງປະເທດໃຫຍ່ກວ່າໝູ່ຂອງແຂວງໄຫໜາມ ເວົ້າສະເພາະ ແລະ ຂອງຈີນ ເວົ້າລວມໃນປີ 2014.