(ພາບ: http://radiovietnam.vn )
(vovworld) – ກ່າວຄຳເຫັນທີ່ເວທີປາໄສຂັ້ນສູງເຕັກໂນໂລຊີຂໍ້ມູນຂ່າວສານຫວຽດນາມ-ASOCIO 2014 ເມື່ອຕອນເຊົ້າວັນທີ 29/10, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຫວູ້ດຶດດາມ ຊົມເຊີຍຄະນະຈັດຕັ້ງທີ່ໄດ້ມີຂໍ້ລິເລິ່ມຍົກບັນຫາກະສິກຳ ແລະ ການພັດທະນາຊົນນະບົດມາປຶກສາຫລືທີ່ເວທີປາໄສຄັ້ງນີ້. ທ່ານຫວັງວ່າ, ບັນດາຜົນງານດ້ານນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານໃນຂະແໜງກະສິກຳແບ່ງປັນທີ່ເວທີປາໄສຈະແມ່ນບົດຮຽນທີ່ມີຄ່າເພື່ອໃຫ້ຫວຽດນາມ ໝູນໃຊ້ເພື່ອພັດທະນາພື້ນຖານກະສິກຳ. ທ່ານຮອງນາຍົກລັດຖະມົນຕີຫວູ້ດຶດດາມ ຢືນຢັນວ່າ:
“ນັບແຕ່ຊາວກະສິກອນຕະຫຼອດຮອດຜູ້ເຮັດວຽກງງານວິທະຍາສາດ, ນັບແຕ່ບັນດາປະເທດມີການພັດທະນາດ້ານວິທະຍາສາດເຕັກໂນໂລຊີແລ້ວ ຕະຫຼອດຮອດປະເທດທຸກຍາກ ດ້ວຍເຕັກໂນໂລຊີຂໍ້ມູນຂ່າວສານກໍ່ລ້ວນແຕ່ສາມາດຍົກສູງລະດັບການແກ່ງແຍ້ງ. ເຕັກໂນໂລຊີເວົ້າລວມ ແລະ ພິເສດ, ເຕັກໂນໂລຊີຂໍ້ມູນຂ່າວສານ ຈະເປີດການຮ່ວມສຳພັນ, ສ້າງໂອກາດໃຫ້ແກ່ທຸກຄົນ, ໃນນັ້ນມີຊາວກະສິກອນ ສາມາດບື່ນຕົວຂຶ້ນ, ສາມາດແບ່ງປັນບັນດາຜົນງານແຫ່ງການພັດທະນາ“./.