ໄຂເວທີປາໄສທະເລ ອາຊຽນຄັ້ງທີ 5
(ພາບ: .thanhnien.com.vn)
(vovworld)- ວັນທີ 27/8, ເວທີປາໄສທະເລ ອາຊຽນ ຄັ້ງທີ 5 ຖືກໄຂຂຶ້ນຢູ່ນະຄອນ ດ່ານັງ, ໂດຍມີການເຂົ້າຮ່ວມຂອງຜູ້ແທນ 10 ປະເທດສະມາຊິກ ອາຊຽນ. ເວທີປາໄສມ່ງໄປເຖິງ 2 ຈຸດໝາຍຕົ້ນຕໍ: ເພີ່ມທະວີການຮ່ວມມືີທະເລ ຜ່ານການເຈລະຈາ ແລະ ທາບທາມຄຳເຫັນ ຢ່າງສ້າງສັນ; ເພີ່ມທະວີບົດບາດກໍ່ຄືປະກອບສ່ວນຂອງເວທີປາໄສ ສຳລັບສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ, ຄວາມໝັ້ນຄົງ ບົນທະເລ ແລະ ຄວາມເສລີໃນການເດີນທະເລ ໃນພາກພື້ນ.
ກ່າວຄຳເຫັນໄຂເວທີປາໄສ, ທ່ານຫງວຽນຫວູຕູ໋, ຫົວໜ້າກົມ, ຮອງຫົວໜ້າ SOM ອາຊຽນ ຫວຽດນາມ ຖືວ່າ: ການຮ່ວມມືທະເລພວມກາຍເປັນບັນຫາບຸລິມະສິດຕົ້ນຕໍ ຂອງບັນດາປະເທດສະມາຊິກ ອາຊຽນ ແລະ ລະຫວ່າງບັນດາປະເທດ ອາຊຽນ ກັບບັນດາປະເທດຄູ່ຮ່ວມມື, ພິເສດໃນສະພາບການຢູ່ບົນທະເລໄລຍະມໍ່ໆມານີ້ ມີການຜັນແປສັບສົນ. ສະນັ້ນ, ເວທີປາໄສທະເລ ອາຊຽນ ນັບມື້ນັບມີບົດບາດສຳຄັນໃນການຊຸກຍູ້ເຈລະຈາ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈໃນຂົງເຂດການຮ່ວມມືທະເລ.
ໃນຂອບເຂດເວທີປາໄສທະເລ ອາຊຽນ ຄັ້ງທີ 5, ຕອນເຊົ້າ ວັນທີ 27/8, ບັນດາປະເທດສະມາຊິກ ໄດ້ແລກປ່ຽນກ່ຽວກັບບັນດາມາດຕະການຊຸກຍູ້ການຮ່ວມມືທະເລ ໃນຂົງເຂດກູ້ຊ່ວຍມະນຸດສະທຳ ແລະ ບັນເທົາໄພທຳມະຊາດ; ບັນດາບັນຫາການຄຸ້ມຄອງ ແລະ ອະນຸລັກຮັກສາລະບົບຊີວະພາບທະເລ, ຊີວະນາໆພັນ ແລະ ແຫຼ່ງຜົນປະໂຫຍດສິນໃນນ້ຳ, ຊຸກຍູ້ການຮ່ວມມືອາຊີບຫາປາ.