ໄຂເວທີປາໄສປະຊາຊົນອາຊີ - ເອີລົບ ຄັ້ງທີ 9 ຢູ່ລາວ

ໄຂເວທີປາໄສປະຊາຊົນອາຊີ - ເອີລົບ ຄັ້ງທີ 9 ຢູ່ລາວ - ảnh 1
ເວທີ​ປາ​ໄສ​ປະຊາຊົນ​ອາຊີ - ​ເອີ​ລົບ ຄັ້ງ​ທີ 9 (AEPF 9)
(ພາບ: kpl.net.la)


(vovworld) -     ເວທີ​ປາ​ໄສ​ປະຊາຊົນ​ອາຊີ - ​ເອີ​ລົບ ຄັ້ງ​ທີ 9 (AEPF 9) ​ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 16/10, ຢູ່​ນະຄອນຫຼວງ​ວຽງ​ຈັນ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ປະມານ 800 ທ່ານ ທີ່​ຕາງໜ້າ​ໃຫ້​ແກ່​ບັນດາ​ອົງການ, ຂະ​ບວນການ​ປະຊາຊົນ​ຂອງ​ອາຊີ ​ແລະ ​ເອີ​ລົບ ທີ່​ເຄື່ອນ​ໄຫວ​ໃນ​ຫຼາຍ​ຂົງ​ເຂດ. ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ Vu Xuan Hong, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ນຳ​ໜ້າ​ເຂົ້າ​ຮ່ວມ​ກອງ​ປະຊຸມ. ​ເວທີ​ປາ​ໄສ AEPF ປີ 2012 ມີ​ຫົວ​ຂໍ້​ວ່າ “ຮັດແຫນ້ນຄວາມສາມັກຄີລະຫວ່າງປະຊາຊົນ, ຕ້ານຄວາມທຸກຍາກ, ຕ້ານຄວາມບໍ່ຍຸຕິທຳ,  ບໍ່ສະເຫມີພາບ ແລະ ເພື່ອການພັດທະນາແບບຍືນຍົງແນໃສ່ສ້າງລັດຂອງປະຊາຊົນ ເພື່ອປະຊາຊົນ ແລະ ໂດຍປະຊາຊົນ”. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດລາວ ຊີ້​ແຈ້ງວ່າ: ​ເວທີ​ປາ​ໄສ AEPF ​ແມ່ນ​ໂອກາດ​ເພື່ອ​ແບ່ງປັນ​ຄວາມ​ຄິດ ​ແລະ ​ແລກປ່ຽນ​ບົດຮຽນ ​ປະກອບສ່ວນຢ່າງຕັ້ງໜ້າ​ເຂົ້າ​ໃນ​ການ​ພັດ​ທະນາ​ຢ່າງຮອບດ້ານຂອງ​ແຕ່ລະ​ປະ​ເທດ​ຢູ່​ອາຊີ ​ແລະ ​ເອີ​ລົບ, ຕອບ​ສະໜອງ​ແນວ​ຄິດ ​ແລະ ຄວາມມຸ່ງ​ມາດ​ປາດ​ຖະໜາອັນ​ຊອບ​ທຳ​ຂອງ​ປະຊາຊົນ​ຢູ່​ບັນດາ​ປະ​ເທດ. ທ່ານ ທອງລຸນ ສີສຸລິດ ​ຮຽກຮ້ອງ​ບັນດາ​ປະ​ເທດ​ອາຊີ ​ແລະ ​ເອີ​ລົບ ກຳ​ແໜ້ນ​ຮູບ​ແບບ​ພັດທະນາຢ່າງ​ໝັ້ນ​ຄົງ​ໃໝ່, ຕ້ອງ​ມີ​ບັນດາ​ມາດ​ຕະການ​ທີ່​ເໝາະ​ສົມ​ເພື່ອ​ປ້ອງ​ກັນ​ວິ​ກິດ​ການ​ເສດຖະກິດ ​ເພີ່​ອຮັບປະກັນ​ສິດ ​ແລະ ຜົນປະ​​ໂຫຍ​ດອັນ​ຊອບ​ທຳ​ຂອງ​ປະຊາຊົນ​ທຸກ​ຊັ້ນຄົນ, ຮັບປະກັນ​ຄວາມດຸນ​ດ່ຽງ​ລະຫວ່າງ​ການ​ພັດທະນາ​ເສດຖະກິດ​ກໍ​ຄືດ້ານ​ສັງຄົມ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ຢ່າງ​ໝັ້ນຄົງ​.

        ພາຍຫຼັງ​ພິທີ​ໄຂ, ​ເວທີ​ປາ​ໄສ​ປຶກສາ​ຫາລື 4 ຫົວຂໍ້ຕົ້ນຕໍ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່ ກອງ​ປະຊຸມ​ສຸດ​ຍອດ​ອາຊີ - ​ເອີ​ລົບ 9 ​ເຊິ່ງຈະ​ຈັດ​ຂຶ້ນ​ໃນ​ຕົ້ນ​ເດືອນ 11ຈະ​ມາ​ເຖິງ ​ເຊິ່ງລວມມີ: ການເຂົ້າເຖິງການປົກປ້ອງທາງສັງຄົມ ແລະ ການບໍລິການທີ່ຈຳເປັນ; ການຄ້ຳປະກັນດ້ານສະບຽງອາຫານ, ການຄຸ້ມຄອງຊັບພະຍາກອນທຳມະຊາດ, ທີ່ດິນ ແບບຍືນຍົງ; ການຜະລິດ, ການນຳໃຊ້ພະລັງງານແບບຍືນຍົງລວມເຖິງຄວາມສະເຫມີພາບໃນການມີວຽກເຮັດ ງານທຳ ແລະ ບັນຫາ​ທຳ​ມາ​ຫາ​ກິນແບບຍືນຍົງ.

ຂ່າວ/ບົດ​ອື່ນ