ໄຂເວທີປາໄສປະຊາຊົນອາຊຽນ ຄັ້ງທີ 8

ໄຂເວທີປາໄສປະຊາຊົນອາຊຽນ ຄັ້ງທີ 8 - ảnh 1
( ພາບປະກອບຈາກ Fao.org )

( vovworld ) – ເວທີ​ປາ​ໄສ​ປະຊາຊົນ​ອາ​ຊຽນ 2012 ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 28/3 ຢູ່​ນະຄອນຫຼວງພະ​ນົມ​ເປັນ, ປະ​ເທດກຳປູ​ເຈຍ. ​ເວທີ​ປາ​ໄສ​ໄດ້​ສຸມ​ໃສ່ປຶກສາ​ຫາລື​ຫຼາຍ​ຫົວຂໍ້​ເຊິ່ງປະຊາຊົນ​ບັນດາ​ປະ​ເທດ​ເອົາ​ໃຈ​ໃສ່, ລວມມີ: ຊົນ​ເຜົ່າ​ສ່ວນ​ໜ້ອຍ, ​ເພດ ​ແລະ ການພັດທະນາ, ສິດ​​ຂອງ​ແມ່ຍິງ, ຄົນ​ພິການ, ສັນຕິພາບ ​ແລະ ຄວາມ​ປອດ​ໄພ, ​ເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ່າວ​ສານສື່​ມວນ​ຊົນ, HIV/AIDS. ພາຍຫຼັງການເຮັດ​ວຽກ​ມາ​ເປັນ​ເວລາ 3 ວັນ​​ ( ​ແຕ່​ວັນ​ທີ 28 – 30/03/2012 ), ​ເວ​ທີ​ປາ​ໄສ​ຈະ​ຍົກ​ອອກ​ບັນດາ​ຂໍ້​ສະ​ເໜີ​ຕໍ່​ກອງ​ປະຊຸມ​ຂັ້ນ​ສູງ​ອາ​ຊຽນ ​ເຊິ່ງຈະ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ພະນົມ​ເປັນ ​ໃນ​ຕົ້ນ​ເດືອນ 4 ທີ່​ຈະ​ມາ​ເຖິງ, ​ເມື່ອຜູ້ຕາງໜ້າ​ຂອງ​ເວທີ​ປາ​ໄສ​ພົບ​ປະ​ກັບບັນດາ​ການ​ນຳ​ຂອງ​ອາ​ຊຽນ. ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສນີ້​ລວມມີ​ຜູ້​ແທນກວ່າ 20 ທ່ານ ​ເຊິ່ງ​ແມ່ນ​ຜູ້ຕາງໜ້າ​ຂອງ​ບັນດາ​ອົງການຈັດ​ຕັ້ງ​ປະຊາຊົນ​ຫວຽດນາມ, ​ໂດຍ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ເປັນ​ເຈົ້າ​ພາບ. ​ຜູ້​ແທນ​ຫວຽ​ດ​ນາມ ​ຄາດ​ວ່າ, ​ຈະ​ປຶກສາ​ຫາລື​ຢູ່​ບັນດາ​ວາລະ​ປະຊຸມ​ຄົບ​ຄະນະ ​ແລະ ​ການ​ສຳ​ມະ​ນາ​ສະ​ເພາະຫົວ​ເລື່ອງ.

ຂ່າວ/ບົດ​ອື່ນ