ໄຂເວທີປາໄສວິສາຫະກິດຝລັ່ງ - ຫວຽດນາມ

ໄຂເວທີປາໄສວິສາຫະກິດຝລັ່ງ - ຫວຽດນາມ - ảnh 1
(ພາບປະກອບ)
(vovworld) - ​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ຝລັ່ງ - ຫວຽດນາມ, ​ເຊິ່ງ​ແມ່ນ​ເຫດການ​ທຳ​ອິດ​ຂອງ​ປີ​ມິດຕະພາບ​ຝລັ່ງ - ຫວຽດນາມ ​​ໄດ້ຖືກ​ໄຂຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 08/04 ຢູ່​ນະຄອນ​​ໂຮ່​ຈິ​ມິນ. ​ເວທີ​ປາ​ໄສ​​ໄດ້​ດຳ​ເນີນ​ໄປ​ເປັນ​ເວລາ 2 ວັນ (​ແຕ່​ວັນ​ທີ 08 - 09/04) ດ້ວຍ​ການ​ພົບ​ປະ​ ປະມານ 1.000 ຄັ້ງ ກັບ​ວິ​ສາ​ຫະກິດ​ 500 ​ແຫ່ງຂອງ​ຫວຽດນາມ; ພົບ​ປະ ແລະ ​ເປັນ​ທີ່​ປຶກສາ​ກັບ​ຜູ້​ຊ່ຽວຊານດ້ານການ​ຕະຫລາດ​ຫວຽດນາມ 20 ຄົນ ​ແລະ ມີ​ການ​ສຳ​ມະ​ນາ​ໂຕະມົນ 7 ຄັ້ງ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ຕະຫລາດ ​ແລະ ສຳ​ພັດ​ກັບ​ຕະຫລາດ​ຫວຽດນາມ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ ​ເລ​ຮ່ວາງ​ກວນ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ຊີ້​ແຈ້ງວ່າ.

        “​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ຫວຽດນາມ - ຝລັ່ງ ມີ​ຄວາມ​ໝາຍ​ສຳຄັນ​ຍິ່ງ, ເປັນ​ຂີດ​ໝາ​ຍ​ການ​ເປັນ​ສາກ​ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ວັດທະນະທຳ, ສິລະ​ປະ... ທີ່​ມີຫລາຍ​ຮູບ​ຫລາຍ​ແບບ ​ແລະ ອຸດົມສົມ​ບູນ​ເຊິ່ງຈະ​ຈັດ​ຕັ້ງ​ຢູ່​ຫວຽດນາມ, ​ໃນ​ນັ້ນ​ມີ​ນະຄອນ​ໂຮ່ຈິ​ມິນ ​ເນື່ອງ​ໃນ​ໂອກາດ​ສະ​ເຫລີ​ມສະຫລອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ - ຝລ່ັງ. ຂ້າພ​ະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ​ເວທີ​ປາ​ໄສ​ຈະ​ແມ່ນ​ໂອກາດ​ເພື່ອ​ໃຫ້​ວິ​ສາ​ຫະກິດ 2 ຝ່າຍ​ແລກປ່ຽນ​ຂໍ້​ມູນ ​ແລະ ຊອກ​ຫາ​ກາລະ​ໂອກາດ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ວາຍພົວພັນ​ມິດຕະພາບ​ ​ແລະ ການຮ່ວມ​ມື​ລະຫວ່າງ​ຝລັ່ງ ​ກັບ ຫວຽດນາມ ​ເວົ້າ​ລວມ ກັບ​ນະຄອນ​ໂຮ່ຈິ​ມິນ ຈະ​ນັບ​ມື້​ນັບ​ພັດທະນາ”.

ຂ່າວ/ບົດ​ອື່ນ