(VOVWORLD) -ຕອນເຊົ້າວັນທີ 15 ສິງຫາ, ຢູ່ຮ່າໂນ້ຍ, ກະຊວງແຮງງານ-ທະຫານເສຍອົງຄ້າ ແລະ ສັງຄົມຫວຽດນາມ ໄດ້ຈັດພິທີໄຂເວທີປາໄສເດັກນ້ອຍແຫ່ງຊາດຄັ້ງທີ 6 ດ້ວຍຫົວຂໍ້ວ່າ “ເດັກນ້ອຍກັບບັນດາບັນຫາຂອງເດັກນ້ອຍ”.
ບັນດາເດັກນ້ອຍເຂົ້າຮ່ວມເວທີປາໄສ. ພາບ: dansinh.vn
|
ເຂົ້າຮ່ວມເວທີປາໄສດັ່ງກ່າວມີເດັກນ້ອຍ 169 ຄົນທີ່ຕາງໜ້າໃຫ້ 42 ແຂວງ, ນະຄອນ, ບັນດາບ້ານເດັກ SOS, ສູນຟື້ນຟຸສະມັດຕະພາບຄົນພິການ ທຸ້ຍອານ ແລະ ສະພາເດັກນ້ອຍຂອງ 4 ແຂວງ, ນະຄອນ: ຮ່າໂນ້ຍ, ໂຮ່ຈີມິນ, ກວາງນິງ ແລະ ບິ່ງດິ້ງ. ໂດຍຕາງໜ້າໃຫ້ເດັກນ້ອຍໃນທົ່ວປະເທດເກືອບ 26 ລ້ານຄົນ.
ທີ່ເວທີປາໄສ, ບັນດາເດັກນ້ອນໄດ້ສະໜອງຂໍ້ມູນຂ່າວສານກ່ຽວກັບການປະຕິບັດ, ຂໍ້ສະເໜີຢູ່ເວທີປາໄສຄັ້ງທີ 5 ໃນປີ 2017; ປຶກສາຫາລື, ຍົກອອກສານ, ຂໍ້ສະເໜີກ່ຽວກັບບັນດາເນື້ອໃນປ້ອງກັນ, ຕ້ານການທຳຮ້າຍເດັກນ້ອຍ, ປ້ອງກັນ, ຕ້ານການເກີດອຸບັດຕິເຫດ, ບາດເຈັບ, ຄວາມປອດໄພໃນອິນເຕີເນັດ ແລະ ບັນດາບັນຫາອື່ນຊື່ງເດັກນ້ອຍມີຄວາມສົນໃຈ.