ໄຂເວທີປາໄສເສດຖະກິດສາກົນຝ່າຍຕາເວັນອອກຄັ້ງທີ2
(vovworld) - ວັນທີ 02/09 ເວທີປາໄສເສດຖະກິດສາກົນຝ່າຍຕາເວັນອອກຄັ້ງທີ 2 (EEF) ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ນະຄອນທ່າກ່ຳປັ່ນ Vladivostok ຂອງສະຫະພັນ ລັດເຊຍ ແລະ ຈະແກ່ຍາວຮອດວັນທີ 03/09. ເວທີປາໄສໄດ້ຈັດຕັ້ງຕາມລັດຖະດຳລັດຂອງທ່ານປະທານາທິບໍດີ ລັດເຊຍ Vladimir Putin, ດ້ວຍຈຸດໝາຍຊຸດຍູ້ການພັດທະນາເສດຖະກິດເຂດຕາເວັນອອກໄກ ແລະ ເປີດກ້ວາງການຮ່ວມມືສາກົນໃນພາກພື້ນ ອາຊີ - ປາຊີຟິກ. ເຂົ້າຮ່ວມເວທີປາໄສໃນຄັ້ງນີ້ ມີຜູ້ແທນປະມານ 2.500 ທ່ານທີ່ມາຈາກ ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອິນເດຍ, ອົດສະຕາລີ, ອາເມລິກາ, ສິງກະໂປ, ຫວຽດນາມ ແລະ ຫລາຍປະເທດອື່ນໆອີກ. ຄະນະຜູ້ແທນ ຫວຽດນາມ ລວມມີຜູ້ຕາງໜ້າຫລາຍທ່ານຂອງກະຊວງການຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງສາທາລະນະສຸກ, ກະຊວງສຶກສາ ແລະ ບຳລຸງສ້າງ, ສະຖາກົງສູນໃຫຍ່ ຫວຽດນາມ ປະຈຳ Vladivostok.