ໄຂເວທີປາໄສເສດຖະກິດອາຊຽນ 2013

ໄຂເວທີປາໄສເສດຖະກິດອາຊຽນ 2013 - ảnh 1
ທ່ານ ເລຂາທິການໃຫຍ່ ເລເລືອງມິນ ກ່າວຄຳເຫັນທີ່ເວທີປາໄສ
(ພາບ: Hà Linh/Vietnam+)

(vovworld) – ເວທີ​ປາ​ໄສ​ເສດຖະກິດ​ອາ​ຊຽນ 2013 ​ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 27/2 ຢູ່​ບາງກອກ, ປະ​ເທດ​ໄທ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ 600 ທ່ານ, ​ເຊິ່ງ​ແມ່ນ​ນັກທຸລະກິດ​ໃນ​ພາກ​ພື້ນ​ອາ​ຊຽນ ​ແລະ ບັນດາ​ນັກ​ລົງທຶນ​ໃນ​ທົ່ວ​ໂລກ. ດ້ວຍ​ຫົວ​ຂໍ້​ວ່າ “ການ​ທ້າ​ທາຍ ​ແລະ ບຸລິ​ມາ​ສິດ​ມຸ່ງ​ໄປ​ເຖິງ AEC 2015: ກຳ​ແໜ້ນ​ບັນດາ​ຄຸນຄ່າ​ຂອງ​ກຳລັງ​ພາຍ​ໃນ“, ​ເວທີ​ປາ​ໄສ​ປີ​ນີ້​ໄດ້​ຮັບ​ຖື​ວ່າ​ ຈະ​ປະກອບສ່ວນ​ສ້າງ​ຄວາມ​ຮັບ​ຮູ້​ໃໝ່​ ກ່ຽວ​ກັບ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ (AEC), ພ້ອມ​ທັງ​ເພີ່ມ​ຄວາມ​ສາມາດ​ແກ່ງ​ແຍ້​ງສຳລັບ​ພາກ​ພື້ນ​ອາຊຽນ​ເວົ້າ​ລວມ ​ແລະ ​ໄທ​ເວົ້າ​ສະ​ເພາະ. ທ່ານ​ເລຂາທິການ​ໃຫຍ່​ອາ​ຊຽນ ​ເລ​ເລືອ​ງມິນ ​ໃຫ້​ຮູ້​ວ່າ, ອາ​ຊຽນ ພວມ​ຢູ່​ໃນ​ຂະ​ບວນວິວັດ​ແຫ່ງ​ການ​ສ້າງ​ຕັ້ງ​ປະຊາ​ຄົມ​ຮ່ວມ​ໃນ​ປີ 2015, ​ໂດຍ​ອີງ​ໃສ່ 3 ​ເສົາ​ຄ້ຳ: ການ​ເມືອງ, ຄວາມ​ໝັ້ນຄົງ, ​​ເສດຖະກິດ ​ແລະ ວັດທະນະທຳ, ​ໃນ​ນັ້ນ​ເສດຖະກິດ​ໄດ້​ຮັບການ​ຕີ​ລາຄາ​ວ່າ​ແມ່ນ​ສຳຄັນ. ການ​ສ້າງ​ຕັ້ງ AEC ສຳ​ເລັດ​ຜົນ ຈະ​ປະ​ກອບ​ສ່ວນ​ຮັບປະກັນ​ຜົນສຳ​ເລັດ​ໃຫ້​ຂະ​ບວນວິວັດ​ແຫ່ງ​ການ​ເຊື່ອມ​ໂຍງ​ຂອງ​ອາ​ຊຽນ​. ໃນ​ໄລຍະ​ຈະ​ມາ​ເຖິງ, ອາ​ຊຽນ ຈະ​ໃຫ້​ບຸລິ​ມາ​ສິດ​ແກ່​ການ​ປະຕິບັດ​ບັນດາ​ມາດ​ຕະການ​ໃຫຍ່, ມີ​ປະສິດທິ​ຜົນ. ພິ​ເສດ​ແມ່ນ​ຄາດໝາຍ​ຮັດ​ແຄບ​ຊ່ອງ​ວ່າງ ​ເຊິ່ງຝ່າຍ​ຕ່າງໆ ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ນຳ​ກັນ. ​ໃນ​ໄລຍະ​ຜ່ານ​ມາ, ຫວຽດນາມ ​ໄດ້​ປະຕິບັດ​ຫຼາຍ​ມາດ​ຕະການ​ໃນ​ວິວັດ​ແຫ່ງ​ການ​ສ້າງ​ປະຊາ​ຄົມ​ຮ່ວມ​ອາ​ຊຽນ​ເວົ້າ​ລວມ ​ແລະ AEC ​ເວົ້າ​ສະ​ເພາະ​ເປັນ​ຢ່າງ​ດີ. ຫວຽດນາມ ​ຈະ​ຕັ້ງໜ້າ​ເຂົ້າ​ຮ່ວມ​ບັນດາ​ໂຄງການ​ດຳ​ເນີນ​ງານ ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງAEC ສຳ​ເລັດ​ຜົນ, ​ເປັນ​ພື້ນຖານ​ໃຫ້ການ​ເຊື່ອມ​ໂຍງ​ຂອງ​ອາ​ຊຽນ​ໃນ​ໄລຍະ​ຕໍ່​ໄປ​ສຳ ​ເລັດ​ຜົນ.

ຂ່າວ/ບົດ​ອື່ນ