ໄຈ້ແຍກຕີລາຄາຮ່າງກົດໝາຍປັບປຸງເພີ່ມເຕີມບາງມາດຕາຂອງປະມວນກົດໝາຍອາຍາປີ 2015

(VOVWORLD) - ຕອນເຊົ້າວັນທີ 5/5, ຢູ່ ຮ່າໂນ້ຍ, ຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ຈັດຕັ້ງກອງປະຊຸມໄຈ້ແຍກຕີລາຄາຮ່າງກົດໝາຍປັບປຸງເພີ່ມເຕີມບາງມາດຕາຂອງປະມວນກົດໝາຍອາຍາປີ 2015.
ໄຈ້ແຍກຕີລາຄາຮ່າງກົດໝາຍປັບປຸງເພີ່ມເຕີມບາງມາດຕາຂອງປະມວນກົດໝາຍອາຍາປີ 2015 - ảnh 1 ພາບປະກອບ

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ເຫັນດີຕໍ່ຮ່າງກົດໝາຍປັບປຸງເພີ່ມເຕີມບາງມາດຕາຂອງປະມວນກົດໝາຍອາຍາປີ 2015 ໂດຍພື້ນຖານ. ເຖິງຢ່າງໃດກໍ່ຕາມ, ບາງຄວາມເຫັນພັດຖືວ່າ ຄວນເຮັດແຈ້ງເພື່ອກຳນົດຂອບເຂດປັບປຸງ, ເພີ່ມເຕີມບາງເນື້ອໃນໃໝ່ທີ່ກ່ຽວຂ້ອງເຖິງນະໂຍບາຍອາຍາ, ເຊິ່ງສະພາແຫ່ງຊາດຊຸດທີ 13 ບໍ່ທັນພິຈາລະນາຮັບຮອງເອົາ ແລະ ນະໂຍບາຍອາຍາບໍ່ທັນໄດ້ຮັບການປະຕິບັດໃນຊີວິດການເປັນຢູ່. ກ່ຽວກັບເລື່ອງເພີ່ມໂທດດຳເນີນທຸລະກິດຫຼາຍຂັ້ນຢ່າງຜິດກົດໝາຍ. ສາສະດາຈານ, ປະລິຍາເອກ ເຈິ່ນງອກເດື່ອງ, ຫົວໜ້າສະພາໃຫ້ຄຳປຶກສາປະຊາທິປະໄຕກົດໝາຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ຖືວ່າ:

        “ຢາກນຳເອົາໂທດໃໝ່ເຂົ້າປະມວນກົດໝາຍ, ມັນຮຽກຮ້ອງໃຫ້ມີການສະຫຼຸບພຶດຕິກຳຕົວຈິງ, ຕ້ອງຕີລາຄາການກະທົບຂອງນະໂຍບາຍອາຍານີ້ຕາມຂໍ້ກຳນົດຂອງກົດໝາຍປະກາດໃຊ້ເອກະສານນິຕິກຳ. ການດຳເນີນທຸລະກິດຫຼາຍຂັ້ນ ແມ່ນຮູບການດຳເນີນທຸລະກິດໃໝ່ຢູ່ ຫວຽດນາມ, ກໍ່ເຊັ່ນດຽວກັນບັນດາຮູບການດຳເນີນທຸລະກິດອື່ນໆໃນພື້ນຖານເສດຖະກິດການຕະຫຼາດ, ລ້ວນແຕ່ສາມາດແມ່ນການກະທຳດຳເນີນທຸລະກິດຢ່າງຜິດກົດໝາຍ. ຍ້ອນເຫດນັ້ນການຫັນການກະທຳດຳເນີນທຸລະກິດຢ່າງຜິດກົດໝາຍເປັນອາຍາ ແມ່ນຍັງບໍ່ທັນເໝາະສົມເທື່ອ “.

ຕອບກັບ

ຂ່າວ/ບົດ​ອື່ນ