(vovworld) – ຕອນບ່າຍວັນທີ 16/9 (ຕາມເວລາ ອາເມລິກາ), ກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 69 ຖືກໄຂຂຶ້ນຢ່າງເປັນທາງການດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າທີ່ມາຈາກ 193 ປະເທດສະມາຊິກ ແລະ ບັນດາອົງການສາກົນໂດຍພາຍໃຕ້ການເປັນປະທານຂອງທ່ານປະທານສະມັດຊາໃຫຍ່ ສປຊ Sam Kahama Kutesa ແລະ ທ່ານເລຂາທິການໃຫຍ່ ສປຊ Ban – Ki – moon.
ກ່າວຄຳເຫັນທີ່ພິທີໄຂກອງປະຊຸມ, ທ່ານປະທານສະມັດຊາໃຫຍ່ ສປຊ Sam Kahama Kutesa ຖືວ່າ: ຈຸດສຸມຂອງກອງປະຊຸມຄັ້ງນີ້ແມ່ນຮັບຮອງເອົາໂຄງການດຳເນີນງານການພັດທະນາຂອງ ສປຊ ຫຼັງປີ 2015 ຖືເອົາມະນຸດເປັນຈຸດສຸມ, ບັນດາມາດຕະການຮັບມືກັບສະພາບການປ່ຽນແປງຂອງດິນຟ້າອາກາດທົ່ວໂລກ, ແລະ ບັນດາການທ້າທາຍສຳລັບຄວາມສະຫງົບ ແລະ ສະຖຽນລະພາບຢູ່ພາກພື້ນ ແລະ ໃນທົ່ວໂລກ.
ຕາມແຜນການແລ້ວ, ມີປະມຸກລັດ 144 ທ່ານຈະເຂົ້າຮ່ວມບັນດາວາລະປະຊຸມ ແລະ ປຶກສາຫາລືໃນ 2 ອາທິດຈະມາເຖິງ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ຈະມີບົດກ່າວປາໄສສຳຄັນທີ່ວາລະປຶກສາຫາລືຂັ້ນສູງຂອງສະມັດຊາໃຫຍ່ ສປຊ.