ໄທ ຈັດການເລືອກຕັ້ງ ໃນຄວາມວິຕົກກັງວົນ
ຜູ້ມີສິດເລືອກຕັ້ງໄທ ເລີ່ມໄປປ່ອນບັດເລືອກຕັ້ງ
(ພາບ: AP)
(vovworld) - ຕອນເຊົ້າວັນທີ 02/02, ຜູ້ມີສິດເລືອກຕັ້ງໄທ ເລີ່ມໄປປ່ອນບັດເລືອກຕັ້ງໃນສະພາບປະສົບກັບຄວາມຫຍຸ້ງຍາກ ເມື່ອບັນດາຜູ້ແຫ່ຂະບວນປະທ້ວງຕ້ານລັດຖະບານກໍ່ຄວາມກົດດັ່ນ ເຮັດໃຫ້ 10% ສະຖານທີ່ປ່ອນບັດເລືອກຕັ້ງຕ້ອງອັດປະຕູ. ທ່ານນາງນາຍົກລັດຖະມົນຕີຊົ່ວຄາວ ຍິງຣັກ ສິນນະວັດ ໄດ້ໄປປ່ອນບັດເລືອກຕັ້ງພາຍຫຼັງສະຖານທີ່ປ່ອນບັດເລືອກຕັ້ງຢູ່ໃກ້ກັບເຮືອນສ່ວນຕົວຂອງທ່ານນາງໃນນະຄອນຫຼວງບາງກອກ. ແຕ່ທ່ານປະທານພັກປະຊາທິປັດ ອະພິຊິດ ເວດຊາຊິວະ ຢືນຢັນວ່າ ຈະບໍ່ເຂົ້າຮ່ວມການປ່ອນບັດເລືອກຕັ້ງເຊິ່ງທ່ານຖືວ່າແມ່ນລະເມີດລັດຖະທຳມະນູນ. ເຖິງຢ່າງໃດກໍ່ຕາມ ລັດຖະບານຂອງທ່ານນາງ ຍິງຣັກ ຖະແຫຼງວ່າ ການເລືອກຕັ້ງດຳເນີນໄປຖືກຕາມຂໍ້ກຳນົດຂອງລັດຖະທຳມະນູນໃນປະຈຸບັນ. ຍິ່ງກວານັ້ນ, ກົດໝາຍວ່າດ້ວຍການເລືອກຕັ້ງບໍ່ແມ່ນລັດຖະບານໃນປະຈຸບັນເປັນຜູ້ຮຽບຮຽງ. ໂຄສົກພັກປະຊາທິປັດທ່ານ ອະພິຊິດ ໃຫ້ຮູ້ວ່າ ເລື່ອງບໍ່ໄປປ່ອນບັດເລືອກຕັ້ງແມ່ນຄຳຕັດສິນສະພາບຂອງທ່ານເອງ. ແຕ່ພັກດັ່ງກ່າວຍັງອະນຸຍາດໃຫ້ສະມາຊິກໃນພັກນີ້ໄປປ່ອນບັດເລືອກຕັ້ງ.
ຕາມຄະນະກຳມະການເລືອກຕັ້ງໄທ ແລ້ວ, ມີສະຖານທີ່ປ່ອນບັດ 93.300 ແຫ່ງ ໄດ້ຮັບການສ້າງຕັ້ງຂຶ້ນຢູ່ 375 ເຂດເລືອກຕັ້ງໃນທົ່ວປະເທດ ເພື່ອຕ້ອນຮັບຜູ້ມີສິດເລືອກຕັ້ງ 49 ລ້ານຄົນມາປ່ອນບັດ. ການປ້ອງກັນຄວາມສະຫງົບໄດ້ຮັບການຄວບຄຸມຢູ່ບັນດາສະຖານທີ່ປ່ອນບັດໃນຂະນະທີ່ດຳເນີນການແຫ່ຂະບວນປະທ້ວງຕ້ານລັດຖະບານ.