ໄທ: ຜູ້ແຫ່ຂະບວນ ປະທ້ວງຢຸດຕິການ ປິດລ້ອມເຂດຈົດທະບຽນ ອອກສະໝັກຮັບເລືອກຕັ້ງ

ໄທ: ຜູ້ແຫ່ຂະບວນ ປະທ້ວງຢຸດຕິການ ປິດລ້ອມເຂດຈົດທະບຽນ ອອກສະໝັກຮັບເລືອກຕັ້ງ - ảnh 1
(ຜູ້ແຫ່​ຂະ​ບວນປະ​ທ້ວງຕ້ານ​ລັດຖະບານ​ຢູ່​ໄທ)

(vovworld) - ​ວັນ​ທີ 24/12, ຝ່າຍແຫ່​ຂະ​ບວນປະ​ທ້ວງຕ້ານ​ລັດຖະບານ​ຢູ່​ໄທ ​ໄດ້​ຢຸດຕິ​ການກີດຂວາງ​ບັນດາ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ຈົດ​ທະບຽນ​ເຂົ້າ​ຮ່ວມ​ການ​ອອກ​ສະໝັກ​ຮັບເລືອກ​ຕັ້ງ​ໃນ​ວັນທີ 02/02/2014. ​ແຕ່​ເຂົາ​ເຈົ້າ​​ໄດ້ຖະ​ແຫຼ​ງວ່າ ຈະ​ສືບ​ຕໍ່ຄັດຄ້ານທ່ານ​ນາງ​ນາຍົກລັດຖະມົນ​ຕີ ຍິງຣັກ ສິນ​ນະ​ວັດ ​ແລະ ກໍ່​ຄວາມ​ກີດຂວາງ​ໃຫ້​ແກ່​ການ​ເລືອກ​ຕັ້ງ ​ເຊິ່ງການ​ນຳ​ຍິງຜູ້​ນີ້ໄດ້​ຮັບ​ຖື​ວ່າ​ຈະ​ຍາດ​ໄດ້​ໄຊຊະນະ.

        ຄວາມ​ສັບສົນ​ໃນ​ການຫາ​ສຽງ​ເລືອກ​ຕັ້ງ​ໄດ້​ແກ່ຍາວ​ເປັນ​ເວລາ​ຫຼາຍ​ມື້ ພາຍຫຼັງ​ທີ່​​ເຂດ​ຈົດ​ທະບຽນ​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ໄດ້​ເປີດ​ປະຕູ​ຢູ່​ສະໜາມກິລາ​ຢູ່​ນະຄອນ​ຫຼວງ​ບາງ​ກອກ ​ໃນ​ວັນ​ທີ 23/12. ຜູ້​ແຫ່​ຂະ​ບວນປະ​ທ້ວງ​ໄດ້​ປິດ​ລ້ອມ​ສະຖານ​ທີ່​ດັ່ງກ່າວ, ກີດຂວາງ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງຈົດ​ທະບຽນ​​. ຕາມ​ຂໍ້​ກຳນົດ​​ແລ້ວ, ພາຍຫຼັງ​ຮັບ​ບັນຊີ​ລາຍ​ຊື່ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ, ຄະນະກຳມະການ​ເລືອກ​ຕັ້ງຈະ​ກວດກາ ​ແລະ ຈັດ​ຕັ້ງ​ການ​ຈົກ​ບ​ັດສະໝັກ​ຮັບ​ເລືອກ​ຕັ້ງ. ນີ້​ແມ່ນ​ບັນດາ​ລະບຽບ​ການ​ຕົ້ນ​ຕໍ່ ບັງ​ຄັບ​ໃຫ້​ທຸກ​ພັກ​ຝ່າຍ​ຈົດ​ທະບຽນ​ຕ້ອງ​ມີໜ້າ. ​ແຕ່​​ເກີດບັນຫາ​​​ແມ່ນ​ ເຂົາ​ເຈົ້າ​ບໍ່​ສາມາດ​ເຂົ້າ​ເຂດ​ດຳ​ເນີນ​ການ​ຈົກ​ບັດ​ສະໝັກຮັບ​ເລືອກ​ຕັ້ງ ​ເພື່ອ​ສຳ​ເລັດ​ລະບຽບ​ການ​ນີ້ ຍ້ອນ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ໄດ້​ປິດ​ລ້ອມ​ເຂດ​ຈົດ​ທະບຽນ​ສະໝັກ​ຮັບ​ເລືອກ​ຕັ້ງ.

ຂ່າວ/ບົດ​ອື່ນ