ໄທ ເອົາໃຈໃສ່ເພີ່ມວົງເງິນສົ່ງອອກໄປຍັງບັນດາປະເທດ CLMV ຢ່າງແຮງກວ່າ

(VOVWORLD) -ບັນດາຜູ້ແທນໄດ້ເຫັນດີຈະຮ່ວມມືກັນ ເພື່ອຍູ້ແຮງການສົ່ງອອກໄປ 3 ຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນສູງໃນປີ 2023 ລວມມີ: ຕາເວັນອອກກາງ, ອາຊີໃຕ້ ແລະ ກຸ່ມບັນດາປະເທດ CLMV

ໄທ ໄດ້ສ້າງຕັ້ງບັນດາກຸ່ມປະຕິວັດງານ ໂດຍບັນດາເຈົ້າໜ້າທີ່ຂັ້ນສູງກະຊວງການຄ້າ ແລະ ຜູ້ຕາງໜ້າວິສາຫະກິດພາກເອກະຊົນຮັບຜິດຊອບ ເພື່ອຊອກຫາມາດຕະການຊຸກຍູ້ການສົ່ງອອກ, ແກ້ໄຂສິ່ງກີດຂວາງຕໍ່ການຄ້າ ແລະ ຂໍ້ຈຳກັດສົ່ງຜົນສະທ້ອນທີ່ຫຍໍ້ທໍ້ຂອງສະພາບເສດຖະກິດໂລກຖືກຊຸກໂຊມໃນປີ 2023.

ກ່່າວຄຳເຫັນໃນວັນທີ 09 ທັນວາ, ພາຍຫຼັງເປັນປະທານກອງປະຊຸມ ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າຫ້ອງການການຄ້າ ໄທ, ສະຫະພັນບັນດາຂະແໜງອຸດສາຫະກຳ ໄທ, ສະມາຄົມບັນດາທະນາຄານໄທ… ທ່ານລັດຖະມົນຕີກະຊວງການຄ້າ ໄທ ໃຫ້ຮູ້ວ່າ, ບັນດາຜູ້ແທນໄດ້ເຫັນດີຈະຮ່ວມມືກັນ ເພື່ອຍູ້ແຮງການສົ່ງອອກໄປ 3 ຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນສູງໃນປີ 2023 ລວມມີ: ຕາເວັນອອກກາງ, ອາຊີໃຕ້ ແລະ ກຸ່ມບັນດາປະເທດ CLMV (ກຳປູເຈຍ, ລາວ, ມຽນມາ ແລະ  ຫວຽດນາມ). ການສົ່ງອອກຂອງ ໄທ ໄປຍັງ 3 ຕະຫຼາດດັ່ງກ່າວ ຄາດວ່າບັນລຸປະມານ 50 ຕື້ USD ໃນປີ 2022 ລະ 57 ຕື້ USD ໃນປິ 2023.

ຕອບກັບ

ຂ່າວ/ບົດ​ອື່ນ