ໄທຜັນຂະຫຍາຍການຈັບຕົວບັນດາຜູ້ນຳຈັດການແຫ່ຂະບວນປະທ້ວງຕ້ານລັດຖະບານ
ທະຫານໄທເວນຍາມຢູ່ບໍລິເວນມໍ່ກັບສຳນັກງານລັດຖະບານທີ່
ນະຄອນຫຼວງບາງກອກເມື່ອວັນທີ 4/2. |
(vovworld)- ລັດຖະບານໄທຈະສ້າງຕັ້ງກຳລັງສະເພາະກິດລວມມີ 12 ຄົນເພື່ອຈັບຕົວ 19 ຄົນຊຶ່ງແມ່ນ ບັນດາ ຜູ້ນຳຈັດການແຫ່ຂະບວນປະທ້ວງຕ້ານ ລັດຖະ ບານ ຊຶ່ງນອນໃນແຜນການອອກຄຳສັ່ງ ຈັບຕົວຂອງສານອາຍາຂອງປະເທດນີ້. ເຂົາເຈົ້າຕ່າງກໍແມ່ນສະມາຊິກຂອງຄະນະກຳມາທິການ ປະຕິຮູບປະຊາທິປະໄຕ ປະຊາຊົນ(PDRC). ວັນທີ 6/2, ທ່ານ ສະເຫຼີມຢໍບຳຣຸງ, ລັດຖະມົນຕີກະຊວງແຮງງານໄທ ທັງເປັນຜູ້ອຳນວຍການສູນຮັກສາສັນຕິພາບ ແລະ ຄວາມເປັນລະບຽບຮຽບຮ້ອຍ(CMPO) ຍັງໃຫ້ຮູ້ວ່າ ທາງສູນພວມຂໍອະນຸຍາດໃຫ້ຈັບຕົວຜູ້ນຳຄົນອື່ນ 39 ຄົນສັງກັດ ຄະນະກຳມາທິການປະຕິຮູບປະຊາທິປະໄຕ ປະຊາຊົນ(PDRC) ເພາະໄດ້ລະເມີດກົດສະພາວະສຸກເສີນ. ນອກຈາກນັ້ນ, ມີຜູ້ອາສາສະໝັກ ແລະ ຕຳຫຼວດປະມານ1000 ຄົນຈະຖືກຜັນຂະຫຍາຍເພື່ອຢຶດເອົາຄືນສຳນັກງານ ກະຊວງພາຍໃນຊຶ່ງພວມຖືກບັນດາຜູ້ແຫ່ຂະບວນປະທ້ວງປິດລ້ອມໃນ 4 ມື້ທີ່ຜ່ານມາ. ກ່ອນນັ້ນ 1 ວັນ, ສານອາຍາໄທໄດ້ອະນຸມັດຜ່ານຂໍ້ສະເໜີຂອງຕຳຫຼວດໃຫ້ອອກຄຳສັ່ງຈັບຕົວ 19 ຄົນຊຶ່ງແມ່ນບັນດາຜູ້ນຳຈັດການແຫ່ຂະບວນປະທ້ວງຕ້ານ ລັດຖະບານ, ໃນນັ້ນມີອະດີດຮອງນາຍົກລັດຖະມົນຕີໄທ ສຸເທບເທືອກສູ້ບັນຍ້ອນບໍ່ປະຕິບັດຕາມກົດສະພາວະສຸກເສີນ.