ຕຳຫຼວດໄທ (ພາບ: EPA/TTXVN)
(vovworld) – ວັນທີ 23/8, ສື່ມວນຊົນ ໄທ ໄດ້ຄັດແຫຼ່ງຂ່າວຈາກວົງການເຈົ້າໜ້າທີ່ມາເລເຊຍ ໂດຍໃຫ້ຮູ້ວ່າ: ການເຈລະຈາລະຫວ່າງ ລັດຖະບານ ໄທ ແລະ ທະຫານກະບົດພາກໃຕ້ ຈະເຊື່ອມຕໍ່ການເຈລະຈາຄືນໃໝ່ໃນເດືອນ 9 ຢູ່ນະຄອນຫຼວງ ກົວລາລຳປົວ ຂອງມາເລເຊຍ, ພາຍຫຼັງທີ່ 2 ຝ່າຍໄດ້ເຫັນດີເປັນເອກະສັນກ່ຽວກັບບັນດາເນື້ອໃນຈະປຶກສາຫາລືໃນການເຈລະຈານີ້. ທີ່ການພົບປະໃນວັນທີ 27/4, ຄະນະປະຕິບັດງານຂອງ ບາງກອກ ໂດຍຫົວໜ້າຄະນະເຈລະຈາແມ່ນຄົນໃໝ່ ໄດ້ປະຕິເສດບັນດາເນື້ອໃນເຄີຍໄດ້ເຫັນດີເປັນເອກະສັນໃນການເຈລະຈາກ່ອນນັ້ນ. ຕາມນັ້ນແລ້ວ, ບັນດາຝ່າຍແຍກຕົວຊາວມຸດສະລິມ ຢາກໃຫ້ອຳນາດການປົກຄອງຂັ້ນສູນກາງ ຮັບຮູ້ເຂົາເຈົ້າແມ່ນສະມາຊິກຂອງອົງການ Mara Patani, ຫາກບໍ່ແມ່ນ “ບັນດາຜູ້ມີທັດສະນະແຕກຕ່າງກັບລັດຖະບານ” ຄືເຄີຍໄດ້ນຳໃຊ້ໃນບັນດາເອກະສານເບື້ອງຕົ້ນກ່ອນນັ້ນ. ນອກຈາກນັ້ນ, ຍັງມີຂ່າວແມ່ນອຳນາດການປົກຄອງຢູ່ ບາງກອກ ໄດ້ປະຕິເສດຄຳຮຽກສິດຍົກເວັ້ນໃຫ້ແກ່ຜູ້ຕາງໜ້າຂອງທະຫານກະບົດເຂົ້າຮ່ວມການເຈລະຈາສັນຕິພາບ. ກ່ຽວກັບແງ່ຫວັງຂອງການເຈລະຈາຄັ້ງຈະມາເຖິງ, ໂຄສົກຂອງອົງການ Mara Patani ໄດ້ສະແດງວ່າ: ການເຊື່ອມຕໍ່ການເຈລະຈາສັນຕິພາບຄືນໃໝ່ຈະຊ່ວຍຊຸກຍູ້ແກ້ໄຂບັນດາບັນຫາສຳຄັນທີ່ຍັງຄົງຄ້າງ.