ໄພເງິນເຟີ້ຢູ່ຫວຽດນາມສືບຕໍ່ຫລຸດລົງຍ້ອນຄວາມມານະພະຍາຍາມຮັກສາລາຄາເປັນປົກກະຕິ

ໄພເງິນເຟີ້ຢູ່ຫວຽດນາມສືບຕໍ່ຫລຸດລົງຍ້ອນຄວາມມານະພະຍາຍາມຮັກສາລາຄາເປັນປົກກະຕິ - ảnh 1
ພາບ​ປະ​ກອບ:internet
(vovworld)- ​ ​ຕາມ​ການ​​ສັງ​ເກດ​ຂອງ​ພາ​ກ​ສ່ວນ​ຄາດ​ຄະ​ເນ, ໄຈ້​ແຍກ ແລະ ໃຫ້​ຄຳ​ປຶກ​ສາ​ກ່ຽວ​ກັບ​ຄວາມ​ສ່ຽງ(EIU) ຂຶ້​ນ​ກັບ​ກຸ່ມ​ບໍ​ລິ​ສັດ “The Economist” ຂອງ ອັງ​ກິດ ໃຫ້​ຮູ້​ວ່າ: ບັນ​ດາ​ມາດ​ຕະ​ການ​ຮັກ​ສາ​ລາ​ຄາ​ໃຊ້​ສອຍ ເປັນ​ປົກ​ກະ​ຕິ ​ໃນ​ໂອ​ກາດ​ບຸນ​ເຕັດ ຊື່ງ​ລັດ​ຖະ​ບານ​ຫວຽດ​ນາມ ໄດ້​ຜັນ​ຂະ​ຫຍາຍ​ໃນ​ໄລ​ຍະ​ຜ່ານ​ມາ ຈະ​ປະ​ກອບ​ສ່ວນ​ຫລຸດ​ຜ່ອນອັດ​ຕາ​ໄພ​ເງິນ​ເຟີ້ລະ​ດັບ​ປານ​ກາງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ ​ທັງ​ປີ 2015. ໃນ​ຂະ​ນະ​ນັ້ນ, ຕາມ​ການ​ປະ​ກາດ​ຂອງ​ກົມໃ​ຫຍ່​ສະ​ຖິ​ຕິ ຫວຽດ​ນາມ​ແລ້ວ, ດັດ​ຊະ​ນີ​ລາ​ຄ​າ​ໃຊ້​ສອຍ (CPI) ໃນ​ເດືອນ 2/2015  ຫລຸດ​ລົງ 0,05% ເມື່ອ​ທຽບ​ໃສ່​ເດືອນ​ກ່ອນ ຍ້ອນ​ລາ​ຄາ​ນ້ຳ​ມັນ​ຫລຸດ​ລົງ. ທຳ​ມະ​ດາ​ໃນ​ຫລາຍ​ປີ​ຜ່ານ​ມາ ​ລະ​ດັບ​ລາ​ຄ​າ​ໃຊ້​ສອຍ CPI ເຄີຍ​ເພີ່ມ​ຂຶ້ນໃນ​ໂອ​ກາດ​ບຸນ​ເຕັດ. ຄາດ​ຄະ​ເນ​ກ່ຽວ​ກັບ CPI ໃນ​ເດືອນ 3, ກົມ​ໃຫຍ່​ສະ​ຖິ​ຕິ ໃຫ້​ຮູ້​ວ່າ: CPI ຈະ​ບໍ່​ຫລຸດ​ລົງ​ຢ່າງ​ແຮງ​ຄື​ຊຸມ​ປີ​ກ່ອນນີ້ ຍ້ອນ​ກຳ​ລັງ​ຊື້​ບໍ່ຫັນ​ປ່​ຽນ, ລາ​ຄາ​ບັນ​ດາ​ປະ​ເພດ​ສິນ​ຄ້າ​ເປັນ​ປົກ​ກະ​ຕິ ແລະ ຜົນ​ສະ​ທ້ອນ​ຈາກ​ລາ​ຄາ​ນ້ຳ​ມັນ​ບໍ່​ຫລາຍ.
ຂ່າວ/ບົດ​ອື່ນ