(vovworld) - ເນື່ອງໃນໂອກາດສະເຫຼີມສະຫຼອງ 35 ປີເຕັມແຫ່ງວັນຫວຽດນາມ ເຂົ້າເປັນສະມາຊິກສະຫະປະຊາຊາດຢ່າງເປັນທາງການ (20/9/1977 – 20/9/2012), ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ Pham Binh Minh ໄດ້ມີບົດຂຽນທີ່ມີຫົວຂໍ້ວ່າ “ໄລຍະທາງ 35 ປີແຫ່ງການຮ່ວມມືຢ່າງມີປະສິດທິຜົນລະຫວ່າງຫວຽດນາມ - ສະຫະປະຊາຊາດ”, ທີ່ຢືນຢັນວ່າ ເຫດການຫວຽດນາມ ກາຍເປັນສະມາຊິກທີ 149 ຂອງອົງການຫຼາຍຝ່າຍໃຫຍ່ກວ່າໝູ່ຂອງໂລກ ກ່ອນນີ້ 35 ປີ ໄດ້ເປີດໄລຍະໃໝ່ໃຫ້ແກ້ການຕ່າງປະເທດຫ໌າຍຝ່າຍຂອງຫວຽດນາມ ດ້ວຍບັນດາການປະກອບສ່ວນທີ່ສຳຄັນເຂົ້າໃນຜົນສຳເລັດລວມຂອງກິດຈະການປ່ຽນໃໝ່, ສ້າງສາ ແລະ ປົກປັກຮັກສາປະເທດຊາດ, ປະກອບສ່ວນຍົກສູງທີ່ຕັ້ງບົດບາດຂອງຫວຽດນາມ ບົນເວທີສາກົນ.
ບົດຂຽນໄດ້ຊີ້ແຈ້ງວ່າ, ຜ່ານໄລຍະ 3 ທົດສະວັດທີ່ຜ່ານມາ, ການພົວພັນລະຫວ່າງຫວຽດນາມ - ສະຫະປະຊາຊາດ ໄດ້ມີບັນດາບາດກ້າວພັດທະນາກະໂດດຂັ້ນໃນທຸກດ້ານ ຄືວັດທະນະທຳ, ການສຶກສາ - ສັງຄົມ, ເສດຖະກິດ - ການຄ້າ ຕະຫຼອດຮອດ ການປ້ອງກັນຄວາມສະຫງົບ - ການເມືອງ ແລະ ໃນການສົມທົບກັນປະຕິບັດ. ດ້ວຍເລື່ອງຕັ້ງໜ້າ, ເປັນເຈົ້າການເຂົ້າຮ່ວມບັນດາວຽກງານຂອງສະຫະປະຊາຊາດ, ຫວຽດນາມ ໄດ້ປະກອບສ່ວນຕໍ່ສູ້ປົກປັກຮັກສາຜົນປະໂຫຍດອັນແທດຈິງຂອງປະເທດຊາດ, ພ້ອມກັນນັ້ນ, ຕັ້ງໜ້າສົມທົບກັບບັນດາປະເທດເພື່ອນມິດຂົນຂວາຍ, ຕໍ່ສູ້ເພື່ອຍາດເອົາສັນຕິພາບ, ເອກະລາດແຫ່ງຊາດ ແລະ ພັດທະນາ, ຍົກສູງບັນດາຫຼັກການພື້ນຖານຂອງກົດໝາຍສາກົນ ແລະ ກົດບັດຂອງສະຫະປະຊາຊາດ. ຫວຽດນາມ ກໍໄດ້ຮັບຄວາມໄວ້ເໜືອເຊື່ອໃຈ ແລະ ໄດ້ຮັບຕຳແໜ່ງຕ່າງໆໃນອົງການສະຫະປະຊາຊາດ ແລະ ໄດ້ຮັບການຕີລາຄາສູງຈາກທ່ານເລຂາທິການໃຫຍ່ສະຫະປະຊາຊາດ ແລະ ບັນດາປະເທດສະມາຊິກ, ຜ່ານນັ້ນປະກອບສ່ວນຍົກສູງອິດທິພົນຊື່ສຽງ, ທີ່ຕັ້ງບົດບາດຂອງຫວຽດນາມ ບົນເວທີສາກົນ.
ໃນໄລຍະຈະມາເຖິງ, ຫວຽດນາມ ຈະສືບຕໍ່ເພີ່ມທະວີການເຄື່ອນໄຫວດ້ານການຕ່າງປະເທດຫຼາຍຝ່າຍ ແລະ ການຮ່ວມມືກັບສະຫະປະຊາຊາດ ເພື່ອເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນຢ່າງຕັ້ງໜ້າ, ປະກອບສ່ວນຮັກສາສັນຕິພາບ, ສ້າງຄວາມສະດວກໃຫ້ແກ່ການຍູ້ແຮງການຫັນເປັນອຸດສາຫະກຳ, ທັນສະໄໝ, ປົກປັກຮັກສາເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ຍົກສູງທີ່ຕັ້ງບົດບາດຂອງປະເທດຊາດ, ປະກອບສ່ວນຕັ້ງໜ້າເຂົ້າໃນການຕໍ່ສູ້ເພື່ອສັນຕິພາບ, ເອກະລາດປະເທດຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າສັງຄົມຢູ່ໃນໂລກ.