ໄລຍະສຸດທ້າຍຂອງການຊ່ວງເສັງເຂົ້າວັງ Elysse
(ພາບ:viet.rfi.fr)
( vovworld ) – ວັນທີ 20/4, 2 ວັນກ່ອນການຊ່ວງເສັງເຂົ້າວັງ Elysse , ບັນດາຜູ້ອອກສະໝັກເຂົ້າຮ່ວມການແຂ່ງຂັ້ນເລືອກຕ້ັງເປັນປະທານາທີບໍດີ ຝຣັ່ງ ໄດ້ມີການສູ້ຢັນກັນຢ່າງຂ້ຽວຂາດໂດຍຫມູນອ້ອມບັນຫາວິກິດການຫນີ້ສິນຂອງລັດຢູ່ເອີໂຮໂຊນ ກ່ອນທີ່ບັ້ນຫາສຽງເລືອກຕັ້ງຈະສິ້ນສຸດໃນເວລາ 24 ໂມງຂອງ ວັນທີ 20/4. ກ່າວຄຳເຫັນທາງຄື້ນວິທະຍຸ RTL , ຜູ້ອອກສະຫມັກຮັບເລືອກຕ້ັງ, ທັງເປັນປະທານາທີບໍດີ ຝຣັ່ງ Nicolas Sarkozy ສັງກັດພັກຝ່າຍຂວາກຳອຳນາດພັນທະມິດເພື່ອຂະບວນການປະຊາຊົນ (UMP) ໃຫ້ຮູ້ວ່າ ທ່ານໄດ້ຊ່ວຍເຫລືອນຳພາ ເອີໂຣໂຊນຜ່ານຜ່າໄລຍະຫຍຸ້ງຍາກທີ່ສຸດຂອງວິກິດການຫນີ້ສິນຂອງລັດ ແລະ ຫລຸດພົ້ນອອກຈາກໄພສະກຸນເງິນ ເອີໂຣ ລວມຈະຖືກພັງທະລາຍ. ທ່ານກໍ່ໄດ້ຕຳນິຄູ່ແຂ່ງທີ່ສັງກັດພັກຝ່າຍຊ້າຍສັງຄົມ (PS) Francois Holland ວ່າບໍ່ມີບົດບາດນຳພາທີ່ແທ້ຈິງໃນການເປັນແກນນຳຂອງ ພັກ PS ໃນຕະຫລອດສິບປີທີຜ່ານມາ. ສ່ວນທ່ານ Francois Holland ພັດຕຳນິຕິຕຽນທ່ານ Nicolas Sarkozy ວ່າບໍລິຫານການເຄື່ອນໄຫວການເງິນຂອງລັດບໍ່ໄດ້ດີ. ຈຸດພົ້ນເດັ່ນໃນບັ້ນຫາສຽງເລືອກຕ້ັງຄັ້ງນີ້ແມ່ນ ຜູ້ອອກສະຫມັກຮັບເລືອກຕ້ັງ Jean luc Melenchon ສັງກັດພັກ ແນວໂຮມຝ່າຍຂວາ (FG) ໄດ້ຈັດການໂຮມຊຸມນຸມສຸດທ້າຍເຊິ່ງໄດ້ດຶງດູດຜູ້ສະຫນັບສະຫນູນເຂົ້າຮ່ວມປະມານ 60 000 ຄົນ. ທ່ານໄດ້ມ້ວນທ້າຍບົດປາໄສດ້ວຍການຈັບມືແລະສະແດງຄວາມສະມັກຄີກັບບັນດາການນຳພັກ ຄອມມູນິດ ແລະ ພັກ FG
ຕາມຫມາກຜົນຂອງການຢ່ັງຫາງສຽງສຸດທ້າຍກ່ອນວັນເລືອກຕ້ັງ 22/4. ການສະຫນັບສະຫນູນທີ່ສະຫງວນໃຫ້ແກ່ທ່ານ Nicolas Sarkozy ຖືກຫລຸດລົງ, ໃນຂະນະທີ່ ການສະຫນັບສະຫນູນຕໍ່ທ່ານ Francois Holland ຍັງຮັກສາການສະຫນັບສະຫນູນຢູ່ໃນລະດັບເດີມ.