ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະ ທ່ານ ເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ກ່າວຄຳເຫັນທີ່ງານ
ພົບປະມິດຕະພາບ ຊາວຫນຸ່ມ ຫວຽດນາມ - ຈີນຄັ້ງທີ 15
|
(vovworld)- ຕອນບ່າຍວັນທີ 7/4, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະ ທ່ານ ເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ໄດ້ພົບປະ ແລະ ກ່າວຄຳເຫັນກັບຊາວຫນຸ່ມສອງປະເທດ ຫວຽດນາມ ແລະ ຈີນ ທີ່ເຂົ້າຮ່ວມງານພົບປະມິດຕະພາບ ຊາວຫນຸ່ມ ຫວຽດນາມ - ຈີນຄັ້ງທີ 15. ເລຂາທິການໃຫຍ່ ທັງສອງທ່ານ ປາດຖະຫນາວ່າ ໄວຫນຸ່ມສອງປະເທດ ຈະມີການປະກອບສ່ວນສຸດຄວາມສາມາດຂອງຕົນໃຫ້ແກ່ການພັດທະນາຂອງແຕ່ລະປະເທດ ແລະ ການພົວພັນມິດຕະພາບ ຫວຽດນາມ - ຈີນ. ກ່າວຄຳເຫັນທີ່ການພົບປະ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງເນັ້ນຫນັກເຖິງມູນເຊື້ອການພົວພັນທັງເປັນເພື່ອນມິດສະຫາຍ ທັງເປັນອ້າຍນ້ອງ ລະຫວ່າງສອງພັກ ແລະ ປະຊາຊົນສອງປະເທດ.
“ຂ້າພະເຈົ້າປາດຖະຫນາວ່າ ຊາວຫນຸ່ມ ສອງປະເທດ ຈະສືບຕໍ່ຊຸກຍູ້ບັນດາການເຄື່ອນໄຫວພົບປະແລກປ່ຽນມິດຕະພາບ ແລະ ການຮ່ວມມືຢ່າງແທດຈິງ ເພື່ອເພີ່ມທະວີຄວາມເຂົ້າໃຈ, ຖອດຖອນບົດຮຽນເຊິ່ງກັນ ແລະກັນ, ຊ່ວຍເຫລືອກັນພ້ອມກັນກ້າວຫນ້າ, ພະຍາຍາມໃນການຮ່ຳຮຽນ, ອອກແຮງງານ, ມີຫົວຄິດປະດິດສ້າງ, ຝຶກຝົນຫລໍ່ຫລອມ, ກໍ່ຮ່າງສ້າງຕົວ, ປະຈັນບານ ອາສາສະໝັກ ປະກອບສ່ວນຢ່າງເໝາະສົມໃຫ້ແກ່ການພັດທະນາຂອງແຕ່ລປະເທດ ແລະ ການພົວພັນມິດຕະພາບ ຫວຽດນາມ - ຈີນ.”
ສ່ວນ ເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ຫວັງວ່າ ຊາວຫນຸ່ມສອງປະເທດ ຍາມໃດກໍ ເຄົາລົບນັບຖື, ຊຸກຍູ້ ແລະ ເຮັດໃຫ້ການພົວພັນລະຫວ່າງສອງປະເທດໄດ້ຮັບການພັດທະນາອັນດີງາມ, ເພີ່ມທະວີຄວາມເຂົ້າໃຈກັນລະຫວ່າງປະຊາຊົນສອງປະເທດ ຫວຽດນາມ ແລະ ຈີນ ຢ່າງບໍ່ຢຸດຢັ້ງ.