(VOVWORLD) -ເພື່ອແນໃສ່ເພີ່ມທະວີບັນດາມາດຕະການປ້ອງກັນ, ຫຼີກລ້ຽງໂລກລະບາດ COVID – 19, ໄວໜຸ່ມ ນະຄອນຫຼວງ ໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວອາສາສະໝັກຫຼາຍຮູບຫຼາຍແບບເພື່ອມຸ່ງໄປເຖິງວົງຄະນະຍາດ, ສະໜອງເຄື່ອງອຸປະກອນການແພດຈຳນວນໜຶ່ງໂດຍບໍ່ເສຍຄ່າ, ແນະນຳຄວາມຮູ້, ທັກສະໃນການປ້ອງກັນຕ້ານເຊື້ອພະຍາດ.
ມະຫາວິທະຍາໄລການຢາ ຮ່າໂນ້ຍຈັດຕັ້ງການມອບ - ຮັບ ນ້ຳຢາລ້າງມື ໃຫ້ແກ່ສະຖານທູດ ປະເທດ ຝລັ່ງ, ອີຕາລີ ປະຈຳ ຫວຽດນາມ ແລະ ບັນດາອົງການການແພດໃນບໍລິເວນນະຄອນ ຮ່າໂນ້ຍ (ພາບ: TTXVN)
|
ທີ່ມະຫາວິທະຍາໄລການຢາ ຮ່າໂນ້ຍ, ຖັນແຖວ ຄູອາຈານ, ນັກສຶກສາໜຸ່ມ ຂອງ ໂຮງຮຽນ ໄດ້ ປຸງແຕ່ງນ້ຳຢາລ້າງມືທີ່ບັນລຸມາດຕະຖານນັບພັນລິດ, ມອບໃຫ້ບັນດາອົງການ, ຫົວໜ່ວຍ, ໂຮງຮຽນອະນຸບານ ແລະ ໂຮງໝໍຫຼາຍແຫ່ງໃນບໍລິເວນນະຄອນ…, ມອບ ນ້ຳຢາລ້າງມື (ບໍລິມາດ 100 ມິນລີລິດ) 1000 ກ່ອງໃຫ້ຊາວໜຸ່ມເຍົາວະຊົນ, ປະຊາຊົນແຂວງ ວິງຟຸກ ຜ່ານ ກຳມະບານສາທາລະນະສຸກ ຫວຽດນາມ.
ຄະນະຊາວໜຸ່ມ ມະຫາວິທະຍາໄລສ້າງຄູສິລະປະສູນກາງ ໄດ້ແຈກຢາຍຜ້າອັດປາກ - ດັງນັບຮ້ອຍອັນໃຫ້ສະມາຊິກຊາວໜຸ່ມ, ນັກສຶກສາ ເຊິ່ງໄດ້ຜະລິດດ້ວຍຜ້າ nano ຂ້າເຊື້ອ.
ທີ່ເມືອງຮ່າດົງ (ຮ່າໂນ້ຍ), ຄະນະຊາວໜຸ່ມ ໄດ້ສົມທົບກັບມະຫາວິທະຍາໄລ Phenikaa ຈັດຕັ້ງລາຍການໂຄສະນາເຜີຍແຜ່ ການປ້ອງກັນ, ຕ້ານ ໂລກລະບາດ COVID – 19, ແນະນຳຄວາມຮູ້ໃນການປ້ອງກັນ, ຕ້ານໂລກລະບາດ, ວິທີການນຳໃຊ້ນ້ຳຢາລ້າງມືຂ້າເຊື້ອ ຢ່າງມີປະສິດທິຜົນ ແລະ ປອດໄພ.
ບັນດາເມືອງຢູ່ເຂດຊານນະຄອນ ຮ່າໂນ້ຍ ກໍ່ໄດ້ຈັດຕັ້ງການເຄື່ອນໄຫວອາສາສະໝັກຫຼາຍຢ່າງທີ່ເໝາະສົມກັບລັກສະນະສະເພາະຂອງ ແຕ່ລະທ້ອງຖິ່ນ.