ໄວໜຸ່ມນະຄອນຫຼວງຮ່ວມແຮງຮ່ວມໃຈເພີ່ມພູນຄຸນສ້າງຄວາມສາມັກຄີມິດຕະພາບຫວຽດນາມ-ລາວ

ໄວໜຸ່ມນະຄອນຫຼວງຮ່ວມແຮງຮ່ວມໃຈເພີ່ມພູນຄຸນສ້າງຄວາມສາມັກຄີມິດຕະພາບຫວຽດນາມ-ລາວ - ảnh 1
(ຊາວ​ໜຸ່ມອອກ​ເດີນທາງ​ເຄື່ອນ​ໄຫວ​ອາສາ​ສະ​ໜັກ​
ຢູ່ເມືອງ​ໄຊ​ທະນີ, ນະຄອນຫຼວງວຽງ​ຈັນ)


​​(vovworld) - ຕອນ​ເຊົ້າ​ວັນ​ທີ 15/07, ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ ນະຄອນ​ໂຮ່​ໂນ້​ຍ, ສະຫະພັນ​ຊາວ​ໜຸ່ມ​ນະຄອນ ​ໄດ້​ຈັດ​ຕັ້ງ​ພິທີ​ຊາວ​ໜຸ່ມອອກ​ເດີນທາງ​ເຄື່ອນ​ໄຫວ​ອາສາ​ສະ​ໜັກ​ຢູ່ເມືອງ​ໄຊ​ທະນີ, ນະຄອນຫຼວງວຽງ​ຈັນ​, ​ປະ​ເທດລາວ. ຄະນະ​ຊາວໜຸ່ມ​ອາສາ​ສະໝັກ​ນະຄອນ​ຮ່າ​ໂນ້ຍຈະ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ສັງຄົມ ​ເພື່ອ​ຊີວິດ​ຂອງ​ປະຊາຊົນ​ຢູ່​ນະຄ​ອນຫຼວງ​ວຽງ​ຈັນ ​ເປັນ​ເວລາ 10 ວັນ. ​ເຂົ້າ​ຮ່ວມ​ຄະນະຊາວ​ໜຸ່ມ, ມີ​ສະມາຊິກ 40 ຄົນ, ບັນດາ​ນັກ​ອາສາ​ສະໝັກ​ຈະ​ລົງກວ​ດ, ປິ່ນປົວ​ພະຍາດ, ​ແຈກ​ຢາ​ຍຢາ​ປົວ​ພະຍາດ​ໂດ​ຍບໍ່​ເສຍ​ຄ່າໃຫ້​ປະຊາຊົນ​ໃນ​ເມືອງ​ໄຊ​ທະນີ 1.000 ຄົນ; ມອບ​ໂອນວິທະຍາສາດ; ​ເຕັກ​ນິກ​ກ່ຽວ​ກັບ​ການລ້ຽງສັດ, ປູກຝັງ; ຢື້​ຢາມຖາມ​ຂ່າວ ​ແລະ ມອບ​ຂອງຂວັນ​ໃຫ້​ບັນດາ​ຄ​ອບ​ຄົວ​ເປົ້າໝາຍນະ​ໂຍບາຍ​ທີ່​ປະສົບ​ກັບຄວາມ​ຫຍຸ້ງຍາກ. ນາງ ຫງວຽນ​ລານ​ເຮືອງ, ຄູ​ສອນສັງກັດ​ໂຮງຮຽນ​ປະຖົມ​ໄຕ​ເຊີນ, ​ເມືອງ ຮາ​ຍບ່າ​ຈຶງ, ຮ່າ​ໂນ້ຍ​ໃຫ້​ຮູ້​ວ່າ.

      “ຂ້າພະ​ເຈົ້າ​ຮູ້ສຶກ​​ເປັນ​ກຽດ ​ແລະ ມີ​ຄວາມ​ເອກ​ອ້າງ​ທະນົງ​ໃຈ​ເມື່ອ​ໄດ້​ເຂົ້າ​ຮ່ວມ​ລາຍການ​ອາສາ​ສະ​ໝັກ​ນີ້, ​ເພື່ອ​ປະກອບ​ສ່ວນ​ພັດທະນາ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ ​ແລະ ພ້ອມ​ທັງ​ຊ່ວຍ​ປະຊາຊົນ​ກໍ​ຄື​ເດັກນ້ອຍ​ລາວ ມີ​ເງື່ອນ​ໄຂ​ໄດ້​ເຂົ້າ​ຮ່ວມ​ການ​ສຶກສາ ​ແລະ ມີ​ການ​ດຳ​ລົງ​ຊີວິດ​ໃຫ້​ດີກ​ວ່າ”.

ຂ່າວ/ບົດ​ອື່ນ