ໄອແລນອຸປະຖຳໂຄງການຫລຸດຜ່ອນຄວາມທຸກຍາກຢູ່ຫວຽດນາໄລຍະ 2013-2015

ໄອແລນອຸປະຖຳໂຄງການຫລຸດຜ່ອນຄວາມທຸກຍາກຢູ່ຫວຽດນາໄລຍະ 2013-2015 - ảnh 1
ພິທີລົງ​ນາມ​ໃນ​ຂໍ້​ຕົກລົງ​ອຸປະຖຳ​ຂອງ​ລັດຖະບານ ​ໄອ​ແລນ ​ໃຫ້​ແກ່​ໂຄງການ 135
ພາບ:baomoi.com


(vovworld)- ຕອນ​ເຊົ້າ​ວັນ​ທີ 13/12 ຢູ່ ຮ່າ​ໂນ້ຍ, ທ່ານ ຢ່າງ​ແຊວ​ຝື, ປະທານ​ຄະນະ​ກຳມະການ​ຊົນ​ເຜົ່າ ​ຫວຽດນາມແລະ ທ່ານ Damien Cole, ​ເອກ​ອັກ​ຄະ​ລັດຖະທູດ ​ໄອ​ແລນ ປະຈຳ​ຫວຽດນາມ ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ອຸປະຖຳ​ຂອງ​ລັດຖະບານ ​ໄອ​ແລນ ​ໃຫ້​ແກ່​ໂຄງການ 135 ຢູ່ ຫວຽດນາມ ​ໄລຍະ 2013-2015.

ຕາມ​ຂໍ້​ຕົກລົງ​ດັ່ງກ່າວ​ແລ້ວ, ​ລັດຖະບານ ​ໄອ​ແລນ ໝັ້ນ​ໝາຍ​ຫນູນ​ຊ່ວຍ 13,29 ລ້ານ​ເອີ​ໂຣ ​ໃຫ້​ແກ່​ໂຄງການ 135 ຢູ່ 8 ​ແຂວງ​ຄື: ຮ່າ​ຢາງ, ກາວ​ບັ່ງ, ດ້ຽນບຽນ, ບັກ​ກ້ານ, ​ແທນ​ຮວາ, ກວ໋າງຫງາຍ, ກອນ​ຕູມ ​ແລະ ຈາ​ວີ​ງ. ບ້ວງ​ເງິນ​ດັ່ງກ່າວ​ແມ່ນ​ຮັບ​​ໃຊ້​ວຽກ​ງານ​ຫລຸດຜ່ອນ​ຄວາມທຸກ​ຍາກ​ຢູ່​ເຂດ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ, ປັບປຸງ​ຊີວິດ​ທາງ​ດ້ານ​ວັດທະນະທຳ, ສັງຄົມ​ຂອງ​ປະຊາຊົນ​ຢູ່​ບັນດາ​ຕາ​ແສງ​ຢູ່​ເຂດ​ພູດ​ອຍທີ່ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ, ຮັດ​ແຄບ​ຊ່ອງ​ຫວ່າງ ​ແລະ ລະດັບ​ຄອງ​ຊີບ​ລະຫວ່າງ​ບັນດາ​ເຂດ ​ແລະ ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ຢູ່​ຫວຽດນາມ.

ຂ່າວ/ບົດ​ອື່ນ