ໜັງສືພິມ ອົດສະຕາລີ ຖືເປັນສຳຄັນບົດບາດຂອງປະເທດເຈົ້າພາບຈັດຕັ້ງກອງປະຊຸມສຸດຍອດ ອາເມລິກາ - ສປປ.ເກົາຫຼີ

(VOVWORLD) - ວັນທີ 27 ກຸມພາ, ໜັງສືພິມ “The Australian” ລາຍວັນຂອງ ອົດສະຕາລີ, ໄດ້ມີບົດຂຽນດ້ວຍຫົວຂໍ້ວ່າ: 

ປະເທດເຈົ້າພາບບືນຕົວຂຶ້ນຢ່າງແຮງ, ໄດ້ເຕື້ອງເຖິງບົດບາດຂອງປະເທດ ຫວຽດນາມ ແມ່ນສະຖານທີ່ຈັດຕັ້ງກອງປະຊຸມສຸດຍອດລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ຄັ້ງທີ 2.

ໜັງສືພິມ ອົດສະຕາລີ ຖືເປັນສຳຄັນບົດບາດຂອງປະເທດເຈົ້າພາບຈັດຕັ້ງກອງປະຊຸມສຸດຍອດ ອາເມລິກາ - ສປປ.ເກົາຫຼີ - ảnh 1

        ຕາມບົດຂຽນແລ້ວ, ເຖິງວ່າທ່ານປະທານາທິບໍດີ Donald Trump ແລະ ການນຳ Kim Jong-un ບັນລຸໄດ້ບໍ່ວ່າຂໍ້ຕົກລົງສະບັບໃດໆຢູ່ ຮ່າໂນ້ຍ ກໍ່ຕາມ ເລື່ອງໂລກສຸມຄວາມສົນໃຈຕໍ່ ຫວຽດນາມ ກໍ່ຊ່ວຍໃຫ້ປະເທດເຈົ້າພາບກາຍເປັນຜູ້ໄຊຊະນະ.

        ບົດຂຽນຖືວ່າ: ໂດຍຜ່ານເລື່ອງໄດ້ຮັບເລືອກເຟັ້ນເປັນສະຖານທີ່ຈັດຕັ້ງກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງການນຳ 2 ທ່ານ ອາເມລິກາ ແລະ ສປປ.ເກົາຫຼີ ໃນລະຫວ່າງວັນທີ 27 – 28 ກຸມພາ, ຮ່າໂນ້ຍ ໄດ້ມີໂອກາດໂຄສະນາພາບພົດຂອງຕົນອອກສູ່ໂລກ. ບັນດາເຫດການເກີດຂຶ້ນໃນອາທິດນີ້ ໄດ້ຊ່ວຍໃຫ້ ຫວຽດນາມ ບັນລຸຜົນງານຫລາຍຢ່າງ ແລະ ທົ່ວໂລກຮູ້ຈັກເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ