ໜັງ​ສື​ພິມ ໂຣ​ມາ​ເນຍ ເຊື່ອ​ໝັ້ນ​ຕໍ່​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ໃໝ່​ຂອງ ຫວຽດ​ນາມ

(VOVWORLD) -ໃນຊຸມວັນຜ່ານມາ, ບັນດາອົງການສື່ມວນຊົນໃຫຍ່ຂອງ ໂຣມາເນຍ ໄດ້ໃຫ້ຂ່າວກ່ຽວກັບເລື່ອງສະພາແຫ່ງຊາດ ຫວຽດນາມ ບູລະນະບັນດາຕຳແໜ່ງການນຳຫຼັກແຫຼ່ງ ແລະ ຫວັງວ່າ ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ໂຣມາເນຍ ຈະພັດທະນາຂຶ້ນສູ່ລະດັບສູງໃໝ່.
ໜັງ​ສື​ພິມ ໂຣ​ມາ​ເນຍ ເຊື່ອ​ໝັ້ນ​ຕໍ່​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ໃໝ່​ຂອງ ຫວຽດ​ນາມ - ảnh 1ນະຄອນໂຮ່ຈີມິນ (ພາບປະກອບ: TTXVN)

ໜັງສືພິມ ໂຣມາເນຍ ໃຫ້ຂໍ້ສັງເກດວ່າ, ພາຍໃຕ້ການນຳພາຂອງ ພັກ ແລະ ລັດ, ພ້ອມດ້ວຍການບໍລິຫານຢ່າງຂ້ຽວຂາດຂອງລັດຖະບານ, ຫວຽດນາມ ໄດ້ຜ່ານຜ່າຄວາມຫຍຸ້ງຍາກຈາກການແຜ່ລະບາດ 3 ຄັ້ງຂອງໂລກລະບາດໂຄວິດ - 19, ນຳພື້ນຖານເສດຖະກິດກາຍເປັນໜຶ່ງໃນຈຳນວນໜ້ອຍປະເທດພັດທະນາຢ່າງເປັນປົກກະຕິ, ບໍ່ພຽງແຕ່ສາມາດຄວບຄຸມໂລກລະບາດເທົ່ານັ້ນ ຫາກຍັງບັນລຸໄດ້ລະດັບການເຕີບໂຕເສດຖະກິດ 2,91% ໃນປີ 2020 ອີກດ້ວຍ.

ສື່ມວນຊົນ ໂຣມາເນຍ ຊີ້ແຈ້ງວ່າ ເຖິງວ່າໃນເສັ້ນທາງພັດທະນາຍັງປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງກໍຕາມ ແຕ່ຍັງມີພື້ນຖານເພື່ອເຊື່ອໝັ້ນ ຫວຽດນາມ ຈາກລະດັບເປັນປະເທດມີລາຍຮັບປານກາງ ຈະກາຍເປັນປະເທດມີລາຍຮັບສູງໃນປີ 2045.

ຕາມສື່ມວນຊົນ ໂຣມາເນຍ ແລ້ວ, ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືເສດຖະກິດຫຼັກຢູ່ອາຊີ, ພ້ອມທັງແມ່ນປະເທດແຖວໜ້າໃນຈໍານວນບັນດາຄູ່ຮ່ວມມືການຄ້າຂອງ ອາຊຽນ ກັບ ໂຣມາເນຍ. ນີ້ແມ່ນພື້ນຖານເພື່ອພັດທະນາສາຍພົວພັນຮ່ວມມືລະຫວ່າງສອງປະເທດ ກໍຄືເພີ່ມທະວີການສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ບັນດາອົງການຈັດຕັ້ງສາກົນ ແລະ ພາກພື້ນ, ພ້ອມທັງເຂົ້າຮ່ວມການແກ້ໄຂບັນດາບັນຫາທີ່ມີລັກສະນະທົ່ວໂລກອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ