ໜັງສືພິມປະຊາຊົນເຂົ້າຮ່ວມງານບູນໜັງສືພິມມະນຸດສະທຳຢູ່ຝລັ່ງ
ນັກຂ່າວ VOV ປະຈຳຝລັ່ງ -  
(ທ່ານເລກວ໋ກແຄ໋ງ, ຮອງບັນນາທິການໃຫຍ່,
ຫົວໜ້າຄະນະຜູ້ແທນໜັງສືພິມປະຊາຊົນ)
(vovworld) – ໃນລະຫວ່າງວັນທີ 11 – 13/09, ໜັງສືພິມປະຊາຊົນຫວຽດນາມ ໄດ້ມີຮ້ານວາງສະແດງ ພ້ອມກັບການເຄື່ອນໄຫວຫຼາຍຢ່າງໃນງານບູນໜັງສືພິມມະນຸດສະທຳຢູ່ຝລັ່ງ. ຮ້ານວາງສະແດງຂອງໜັງສືພິມປະຊາຊົນ ໄດ້ໂຄສະນາເຖິງເພື່ອນມິດຝລັ່ງ ແລະ ສາກົນບັນດາຜົນງານອັນໃຫຍ່ຫຼວງ ມີຄວາມໝາຍປະຫວັດສາດຂອງຫວຽດນາມ ບົນເສັ້ນທາງ 30 ປີແຫ່ງການປ່ຽນແປງໃໝ່.
ກ່າວຄຳເຫັນໄຂຮ້ານວາງສະແດງຂອງໜັງສືພິມປະຊາຊົນ, ທ່ານເລກວ໋ກແຄ໋ງ, ຮອງບັນນາທິການໃຫຍ່, ຫົວໜ້າຄະນະຜູ້ແທນໜັງສືພິມປະຊາຊົນເຂົ້າຮ່ວມງານບູນໜັງສືພິມ ເນັ້ນໜັກວ່າ, ງານບູນໜັງສືພິມມະນຸດສະທຳປີນີ້ ຖືກດຳເນີນໄປໃນສະພາບທີ່ໂລກຍັງມີການຜັນແປ່ສັບສົນຫຼາຍຢ່າງ. ທ່າອ່ຽງສັນຕະພາບ, ການຮ່ວມມື, ການເຊື່ອມໂຍງຍັງພັດທະນາຢູ່ ແຕ່ບັນດາປັດໃຈນາບຂູ່ເຖິງສັນຕິພາບ, ຄວາມສະຫງົບຢູ່ຫຼາຍພາກພື້ນໃນໂລກ, ໃນນັ້ນມີເຂດທະເລຕາເວັນອອກພັດບໍ່ຫຼຸດລົງ. ທ່ານເລກວ໋ກແຄ໋ງ ໃຫ້ຮູ້ວ່າ.
“ພວກຂ້າພະເຈົ້າມີຄວາມຕື້ນຕັນໃຈເມື່ອເຫັນວ່າບັນດາເພື່ອມມິດສາກົນ ເອົາໃຈໃສ່ຫຼາຍຢ່າງເຖິງບັນດາຜົນງານຂອງຫວຽດນາມ. ພວກຂ້າພະເຈົ້າຮູ້ສຶກໄດ້ຄວາມສາມັກຄີຂອງບັນດາເພື່ອນໜຸ່ມພັກກອມມູນິດ, ສະແດງໃຫ້ເຫັນວ່າ ຫວຽດນາມ ໄດ້ສ້າງຄວາມດຶງດູດອັນໃຫຍ່ຫຼວງໃຫ້ແກ່ພວກເພື່ອນ ແລະ ພວກເພື່ອນເອົາໃຈໃສ່, ຕິດຕາມບັນດາບາດກ້າວພັດທະນາຂອງຫວຽດນາມ”.
ນັກຂ່າວ VOV ປະຈຳຝລັ່ງ