ໜັງສືພິມລັດເຊຍ ຕີລາຄາພື້ນຖານ ເສດຖະກິດຫວຽດນາມ
(ພາບ: vietnamplus.vn)
(vovworld)– ໜັງສືພິມຄວາມຈິງຂອງລັດເຊຍ ຫາກໍ່ລົງພິມບົດຂຽນຕີລາຄາກ່ຽວກັບບັນດາຈຸດທີ່ພົ້ນເດັ່ນຂອງພື້ນຖານເສດຖະກິດຫວຽດນາມປີ 2014 ແລະ ຄວາມຈຳເປັນຂອງລັດເຊຍ ໃນການເພີ່ມທະວີການພົວພັນກັບ “ມັງກອນໂຕໃໝ່“ ຢູ່ອາຊີ. ທີ່ກອງປະຊຸມຂັ້ນສູງອາຊີຕາເວັນອອກ (AES) ຫາກໍ່ດຳເນີນໄປຢູ່ນະຄອນຫຼວງ Naypytaw ປະເທດມຽນມາ. ທ່ານນາຍົກລັດຖະມົນຕີລັດເຊຍ Dmitry Medvedev ໄດ້ເຕື້ອງເຖິງຫວຽດນາມ ຄືດັ່ງຕົວຢ່າງທີ່ດີເດັ່ນ, ຢັ້ງຢືນວ່າຖ້າຫາກຫວຽດນາມ ຮ່ວມມືກັບເຂດການຄ້າເສລີຂອງສຳພັນທະມິດພາສີ (ລວມມີລັດເຊຍ, ກາຊັກສະຖານ ແລະ ເບລາຣຸດ) ສຳເລັດ, ບົດຮຽນດັ່ງກ່າວຈະຖືກເປີດກ້ວາງຢູ່ບັນດາປະເທດອື່ນໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້. ບົດຂຽນໃຫ້ຮູ້ວ່າ: ຕາມການຄາດຄະເນຂອງບັນດາສະຖາບັນຄົ້ນຄ້ວາໃຫ່ຍໃນໂລກ, ລະດັບການເຕີບໂຕຈີດີພີຂອງຫວຽດນາມ ອາດຈະບັນລຸໄດ້ 6% ໃນປີ 2015 ແລະ 7% ໃນໄລຍະ 2016-2017. ດ້ວຍທ່າໄດ້ປຽບດັ່ງກ່າວ, ລັດເຊຍຈະມີປະໂຫຍດຂະນະທີ່ເປີດກ້ວາງການພົວພັນກັບຫວຽດນາມ ແລະ ບັນດາປະເທດອາຊີ-ປາຊີຟິກ ຊື່ງປະຈຸບັນພວມມີລະດັບການພັດທະນາເສດຖະກິດສູງ./.