ພາບປະກອບ
|
(vovworld) – ພາຍໃຕ້ຫົວຂໍ້ວ່າ “ບັນດານັກລົງທຶນຕ່າງປະເທດເລືອກເຟັ້ນ ຫວຽດນາມ”, ໜັງສືພິມເສດຖະກິດ ແລະ ການເງິນລາຍວັນອັນດັບໜຶ່ງຂອງ ອີຕາລີ “ຕາເວັນ 24 ຊົ່ວໂມງ” ໄດ້ຢັ້ງຢືນວ່າ: ຫວຽດນາມ ນັບມື້ນັບເປັນປະເທດໄດ້ຮັບຄວາມນິຍົມຊົມຊອບຈາກບັນດານັກລົງທຶນທົ່ວໂລກ. ບົດໜັງສືພິມໄດ້ຂຽນວ່າ, ໃນປີ 2014, ຫວຽດນາມ ດຶງດູດແຫຼ່ງເງິນລົງທຶນຈາກຕ່າງປະເທດໄດ້ 24 ຕື້ USD, ເພີ່ມຂຶ້ນ 31% ເມື່ອທຽບໃສ່ປີ 2013. ການເຕີບໂຕເສດຖະກິດ GDP ຂອງ ຫວຽດນາມ ຢູ່ໃນລະດັບ 6% ໃນປີກາຍ ແລະ ໄດ້ຮັບຄວາມມຸ່ງຫວັງຈະບັນລຸໄດ້ 6,1% ໃນປີນີ້ ກໍ່ຄືລາຍຈ່າຍໃຫ້ຄົນງານຕ່ຳນັ້ນແມ່ນບັນດາປັດໄຈຊຸກຍູ້ບັນດານັກລົງທຶນຕ່າງປະເທດສືບຕໍ່ລົງທຶນຢູ່ ຫວຽດນາມ. ບົດໜັງສືພິມ ຖືວ່າ: ເກືອບ 60% ຈຳນວນນັກລົງທຶນຕ່າງປະເທດໄດ້ເລືອກເຟັ້ນ ຫວຽດນາມ ຍ້ອນຄວາມດຶງດູດຂອງຕະຫຼາຍທີ່ມີຄວາມສາມາດບົ່ມຊ້ອນ ແລະ ຈຸດໝາຍຮອດປີ 2020, ຫວຽດນາມ ຈະກາຍເປັນປະເທດອຸດສາຫະກຳ.