ໜັງສືພິມໂລກຕຳນິຕິຕຽນການກະທຳທີ່ຜິດພາດຂອງຈີນ

ໜັງສືພິມໂລກຕຳນິຕິຕຽນການກະທຳທີ່ຜິດພາດຂອງຈີນ - ảnh 1
ຮ້ານເຈາະນ້ຳມັນຂອງ ຈີນ
(ພາບປະກອບ)

(vovworld) – ໜັງ​ສື​ພິມ​ສຳ​ຄັນຫຼາຍ​ສະ​ບັບ​ຂອງ ເຢຍ​ລະ​ມັນ ໄດ້​ລົງ​ຂ່າວ, ບົດ​​ສະ​ແດງ​​ຄວາມ​ຄັດ​ຄ້ານ​ຕໍ່ການ​ກະ​ທຳເກາະ​ຜິດ​ຂອງ ຈີນ, ດ​ຣ Gerhard Will, ​ຜູ້​ຊ່ຽວ​ຊານ​ກ່ຽວ​ກັບ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​​ສັງ​ກັດ​ສະ​ຖາ​ບັນ​ວິ​ທະ​ຍາ​ສາດ ແລະ ການ​ເມືອງ ເຢຍ​ລະ​ມັນ ຊີ້​ແຈ້ງວ່າ “ການ​ກະ​ທຳ​ຂອງ ຈີນ ແມ່ນ​ລະ​ເມີດ​ບັນ​ດາ​ຂໍ້​ກຳ​ນົດ​ໃນ​ສົນ​ທິ​ສັນ​ຍາ​ສາ​ກົນ​ກ່ຽກັບ​ກົດ​ໝາຍ​​ວ່າ​ດ້ວຍທະ​ເລ 1982(UNCLOS) ຢ່າງ​ຈະ​ແຈ້ງ”. ທ່ານ Gerhard Will ຢືນ​ຢັນ​ວ່າ​ການ​ກະ​ທຳ​ຂອງ ຈີນ ບໍ່​ແມ່ນ​ແນ​ໃສ່ສຳຫຼວດ ຫຼື ຂຸດ​ຄົ້ນ​ນ້ຳ​ມັນ, ​ຫາກ​ເພື່ອຮຽກ​ສິດ​​ຖະ​ແຫຼງ​ອະ​ທິ​ປະ​ໄຕ​ທີ່​ບໍ່​ມີຫຼັກ​ຖານ​ສຳ​ລັບ​ເຂດ​ທະ​ເລ​ຂອງ ຫວຽດ​ນາມ, ສະ​ແດງ​ນະ​ໂຍ​ບາຍ​​ນຳ​ໃຊ້ກຳ​ລັງ​ແຮງ​ຂອງ​ຕົນ​ຜ່ານ​ການ​ກະ​ທຳ​ຕ່າງໆ​ຄື​ຢືດ​ຄອງ​ໝູ່ເກາະ, ເພີ່ມ​ທະ​ວີ​ການ​​ເຄື່ອນ​ໄຫວ​ດ້ານ​ການທະ​ຫານ….

   ໃນ​ວັນ​ດຽວ​ກັນ, ໜັງ​ສື​ພິມ​ ອີ​ຢິບ ກໍ່​ອອກ​ສຽງ​ຕຳ​​ນິ​ຕິ​ຕຽນ​ເລື່ອງ ຈີນ ລະ​ເມີດ​ອະ​ທິ​ປະ​ໄຕ​ຂອງ​ ຫວຽດ​ນາມ ຢູ່​ທະ​ເລ​ຕາ​ເວັນ​ອອກ. ໜ້າ​ເວັບ​ພາ​ສາ ອາຫຼັບ ຂອງ​ຊ່ອງ​ໂທ​ລະ​ພາບ Aljazeera, ກໍ່​ໃຫ້​ຂ່າວ​ກ່ຽວ​ກັບ​ຄວາມ​ເຄັ່ງ​ຕຶງ​ພວມ​ເພີ່ມ​ຂຶ້ນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ພາຍຫຼັງ​ຈີນ​ຕັ້ງ​ຮ້ານເຈາະນຳ​້​ມັນ ໄຮ​ຢາງ 981. ແຫຼ່ງ​ຂ່າວ​​ຖື​ວ່າ​ເລື່ອງ​ຕັ້ງ​ຮ້ານ​ເຈາະ​ນ້ຳ​ມັນ​ຂອງ ຈີນ ແມ່ນ​ການ​ກະ​ທຳ​ເກາະ​ຜິດ, ບໍ່​ມີ​ຜົນ​ປະ​ໂຫຍດໃຫ້​ແກ່​ຄວາມ​ສະ​ຫງົບ​ຢູ່ພາກ​ພື້ນ, ພ້ອມ​ທັງ​ຮຽກ​ຮ້ອງໃຫ້​ທຸກ​ຝ່າຍ​ລະ​​ງັບ​ໃຈ.

 

ຂ່າວ/ບົດ​ອື່ນ