ໜູນຊ່ວຍ, ຮ່ວມເດີນທາງ ພ້ອມກັບບັນດາຜູ້ປະສົບ ເຄາະຮ້ານຈາກທາດຜິດສີສົ້ມຢູ່ກວາງນາມ

ໜູນຊ່ວຍ, ຮ່ວມເດີນທາງ ພ້ອມກັບບັນດາຜູ້ປະສົບ ເຄາະຮ້ານຈາກທາດຜິດສີສົ້ມຢູ່ກວາງນາມ - ảnh 1
(ພາບປະກອບ)

(vovworld) –  ​ວັນ​ທີ 05/07, ສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ຜິດ​ສີ​ສົ້ມ​ດີ​ໂອ​ຊີ​ນ ​ແຂວງ​ກວາງ​ນາງ ​ໄດ້​ສົມທົບ​ກັບ​ວິທະຍຸກະຈາຍສຽງ ​ແລະ ​ໂທລະພາບ​ກວາງ​ນາມ ຈັດ​ຕັ້ງ​ລາຍການ​ຖ່າຍ​ຖອດ​ສົດ “​ແບ່ງ​ເບົາ​ຄວາມ​ເຈັບ​ປວດກັບ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ຜິດ​ສີ​ສົ້ມ”. ທີ່​ລາຍການ, ບັນດາ​ຜູ້​ເຂົ້າ​ຮ່ວມ​ພ້ອມ​ກັນ​ແລກປ່ຽນ​ກັບ​ບັນດາ​​ຜູ້​ປະສົບເຄາະ​ຮ້າຍ​ຈາກ​ທາດ​ຜິດ​ສີ​ສົ້ມ​ດີ​ໂອ​ຊີ​ນ ທີ່​ເປັນ​ແບບຢ່າງ​ໃນ​ການ​ປືນ​ຕົວ​ຂຶ້ນ​​ເພື່ອ​​ເຊື່ອມ​ຕົວເຂົ້າ​ກັບວົງ​ຄະນະ​ຍາດ. ຜ່ານ​ລາຍການ, ສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ຜິດ​ສີ​ສົ້ມ​ດີ​ໂອ​ຊີ​ນ ​ແຂວງ​ໄດ້​ຮັບ​ຈຳນວນ​ເງິນ 560 ລ້ານ​ດົງ ຈາກ​ຜູ້​ໃຈ​ບູນ​ໃຈ​ກູ້​ຊົນ​ຢູ່​ພາຍ​ໃນ ​ແລະ ນອກ​ແຂວງ ​ເພື່ອ​ໜູນ​ຊ່ວຍ​ໃຫ້​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ຜິດ​ສີ​ສົ້ມ​ໃນ​ບໍລິ​ເວັນ​ແຂວງ.

        ​ແຕ່​ຕົ້ນ​ປີ 2014 ມາ​ຮອດ​ປະຈຸ​ບັນ, ​ສະມາຄົມທຸກ​ຂັ້ນ​ໃນ​ບໍລິ​ເວັນ​ແຂວງ ​ໄດ້​ຂົນຂວາຍ​ການ​ບໍລິຈາກເງິນ​​ໄດ້ກວ່າ 7 ຕື້​ດົງ. ຈາກ​ກອງທຶນ​ດັ່ງກ່າວ, ສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ຜິດ​ສີ​ສົ້ມ​ດີ​ໂອ​ຊີ​ນ  ​ແຂວງ​ໄດ້​ຈັດ​ຕັ້ງ​ການ​ສອນ​ວິຊາ​ຊີບ​, ​ສ້ອມ​ແປງ ​ແລະ ສ້າງ​ເຮືອນ​ຢູ່​ໃຫ້​ບັນດາ​ຄອບຄົວ​ຜູ້​ປະສົບ​ເຄາະ​ຮ້າຍ.

ຂ່າວ/ບົດ​ອື່ນ