ໜູນຊ່ວຍຈຳນວນເງິນ 16.000 ຕື້ດົ່ງໃຫ້ ຊາວປະມົງ - ລັດຖະ ນະໂຍບາຍຖືກຕ້ອງ,ທັນການ
ກຳລັງຕຳຫຼວດທະເລເຮັດວຽກຢູ່ທະເລຕາເວັນອອກ
(ພາບປະກອບ)
(vovworld) – ທີ່ວາລະປະຊຸມໃນຕອນບ່າຍວັນທີ 9/6, ສະພາແຫ່ງຊາດໄດ້ຮັບຮອງເອົາບ້ວງເງິນໜູນຊ່ວຍທີມີມູນຄ່າ 16.000 ຕື້ດົ່ງເພື່ອແນໃສ່ໜູນຊ່ວຍກຳລັງຕຳຫຼວດທະເລ, ກຳລັງກວດກາການປະມົງ ແລະ ຊາວປະມົງ. ນີ້ໄດ້ຮັບຖືວ່າແມ່ນລັດຖະນະໂຍບາຍຖືກຕ້ອງ ແລະ ທັນການໃນສະພາບທະເລຕາເວັນອອກພວມຜັນແປໄປຢ່າງສັບສົນ. ທ່ານ ເຈີ່ນກາວມືວ, ເລຂາທິການໃຫຍ່ສະມາຄົມອາຊີບຫາປາ ຫວຽດນາມ, ຖືວ່າ: ຂໍ້ຕົກລົງນີ້ຂອງສະພາແຫ່ງຊາດແມ່ນທັນການເພື່ອໜູນຊ່ວຍດ້ານຍານພາຫະນະ, ເຕັກນິກໃຫ້ກຳລັງຕຳຫຼວດທະເລ, ກວດກາການປະມົງ ແລະ ຊາວປະມົງເດີນທະເລຫາປາ, ພ້ອມທັງສະແດງຄວາມຕັດສິນໃຈໃນການແກ້ໄຂບັນດາບັນຫາວາງອອກຢູ່ທະເລຕາເວັນອອກໃນປະຈຸບັນ. ທ່ານ ເຈີ່ນກາວມືວ, ໃຫ້ຮູ້ວ່າ:
“ສຳລັບຊາວປະມົງແລ້ວ, ເລື່ອງເດີນທະເລຫາປາໄກຝັ່ງ, ຕ້ອງລົງທຶນເປັນຈຸດສຸມພິເສດໃຫ້ກຳລັງຂຸດຄົ້ນຫາປາໄກຝັ່ງຄື: ດ່ານັ້ງ, ກວາງນາມ, ກວາງຫງ້າຍ... ເພື່ອມີກອງກຳປັ່ນເຂັ້ມແຂງ, ທັນສະໄໝເພື່ອຂຸດຄົ້ນຢູ່ໄກຝັ່ງ, ພ້ອມທັງປົກປັກຮັກສາອະທິປະໄຕເຂດນ່ານທະເລຂອງພວກເຮົາ. ບໍ່ພຽງແຕ່ຍານພາຫະນະ, ອຸປະກອນເທົ່ານັ້ນ, ຫາກຄວນລົງທຶນກໍ່ສ້າງພື້ນຖານໂຄງລ່າງ... ເພື່ອໃຫ້ການຂຸດຄົ້ນປາມີມູນຄ່ານັບມື້ນັບເພີ່ມຂຶ້ນ. ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ຖັນແຖວກັບຕັນເຮືອ, ລູກເຮືອນຳໃຊ້ບັນດາພາຫະນະນີ້ເປັນຢ່າງດີ.”