ທ່ານ ຫງວຽນກວາງວີງ ຮອງເລຂາທິການໃຫຍ່ຫ້ອງ
ການການຄ້າ ແລະ ອຸດສາຫະກຳ ຫວຽດນາມ
(ພາບ: TTXVN)
(vovworld) - ວັນທີ 07/04 ຢູ່ຮ່າໂນ້ຍ, ຕາໜ່າງສົນທິສັນຍາທົ່ວໂລກຂອງສະຫະປະຊາຊາດຢູ່ ຫວຽດນາມ, ອົງການສະຫະປະຊາຊາດເພື່ອການພັດທະນາອຸດສາຫະກຳ (UNIDO), ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ຈັດຕັ້ງເວທີປາໄສປະຕິບັດຄາດໝາຍພັດທະນາແບບຍືນຍົງ, ປະຊາຄົມວິສາຫະກິດ ໄດ້ຮັບຜົນປະໂຫຍດຄືແນວໃດ ຈາກໂຄງການດຳເນີນງານ 2030. ທີ່ເວທີປາໄສ, ທ່ານ ຫງວຽນກວາງວີງ ຮອງເລຂາທິການໃຫຍ່ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ, ຕາງໜ້າຕາໜ່າງສົນທິສັນຍາທົ່ວໂລກຂອງສະຫະປະຊາຊາດຢູ່ ຫວຽດນາມ ໃຫ້ຮູ້ວ່າ: ໂຄງການດຳເນີນງານ 2030 ດ້ວຍ 17 ຄາດໝາຍພັດທະນາແບບຍືນຍົງ ແມ່ນຄຳຮຽກຮ້ອງບັນດາວິສາຫະກິດສືບຕໍ່ບົດບາດບົນເສັ້ນທາງກ້າວໄປເຖິງພື້ນຖານເສດຖະກິດທົ່ວໂລກສະເໝີພາບ, ໝັ້ນຄົງ ແລະ ເຊື່ອມໂຍງກ່ວາ. ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ພ້ອມກັບສະພາວິສາຫະກິດ ເພື່ອການພັດທະນາແບບຍືນຍົງ ຫວຽດນາມ ໃຫ້ຄຳໝັ້ນສັນຍາ ເປັນຜູ້ນຳໜ້າໃນການປະຕິບັດຄາດໝາຍພັດທະນາແບບຍືນຍົງ ແລະ ສະໜອງໃຫ້ບັນດາວິສາຫະກິດຢູ່ ຫວຽດນາມ ບັນດາຂໍ້ແນະນຳ, ຕາໜ່າງ, ຄວາມຮູ້ ແລະ ຄວາມຮັບຮູ້ ເພື່ອເຮັດໃຫ້ບັນດາຄາດໝາຍພັດທະນາແບບຍືຍຍົງໄດ້ຮັບການປະຕິບັດສຳເລັດຜົນ.