ໜ່ວຍນັກກວດກາອາວຸດເຄມີຂອງສະຫະປະຊາຊາດ ໄປຮອດ ຊີຣີ

ໜ່ວຍນັກກວດກາອາວຸດເຄມີຂອງສະຫະປະຊາຊາດ ໄປຮອດ ຊີຣີ - ảnh 1
ກອງທັບຊີຣີ ພົບເຫັນຮາກຖານຜະລິດອາວຸດເຄມີຂອງກຳລັງລຸກຮືຂຶ້ນ
(ພາບ: AFP/TTXVN)

(vovworld) - ວັນ​ທີ 18/8, ບັນດາ​ນັກ​ກວດກາ​ສະຫະ​ປະຊາ​ຊາດ ​ໄດ້​ໄປຮອດ​ນະຄອນຫຼວງ Damacus ຂອງ ຊີຣີ ​ເພື່ອ​ປະຕິບັດໜ້າ​ທີ່​ສືບສວນ​ ການ​ປະ​ທະ​ກັນ​ຢູ່​ປະ​ເທດ​ນີ້​ມີ​ການ​ນຳ​ໃຊ້​ອາວຸດ​ເຄມີ​ຫຼື​ບໍ່. ນີ້​ແມ່ນ​ພາລະກິດ​ເຕັມ​ໄປ​ດ້ວຍ​ການ​ທ້າ​ທາຍ ​ເຊິ່ງວົງ​ການ​ເຈົ້າ​ໜ້າ​ທີ່​ສະຫະ​ປະຊາ​ຊາດ​ຖື​ວ່າ: ອາດ​ຈະ​ແກ່ຍາວ​ເປັນ​ເວລາ 2 ອາທິດ, ​​ໃນ​ຂະນະ​ທີ່ທັງ​ລັດຖະບານ ຊີຣີ ​ແລະ ທະຫານ​ລຸກ​ຮື​ຂຶ້ນ​ລ້ວນ​ແຕ່​ກ່າວຫາ​ກັນ​ນຳ​ໃຊ້​ອາວຸດ​ເຄມີ. ໜ່ວຍ​ນັກ​ກວດກາ ​​ໂດຍ​ນັກ​ຊ່ຽວຊານ​ຊາວ ຊູ​ແອດ Aake Sellstroem ນຳ​ໜ້າຄາ​ດວ່າ​ຈະ​ໄປ​ຍັງ Khan Al Assal ​ເພື່ອ​ສືບສວນ. ປະຈຸ​ບັນ, Khan Al Assal ພວມ​ຢູ່​ໃຕ້​ການ​ຄວບ​ຄຸມ​ຂອງກຳລັງ​ຝ່າຍ​ຄ້ານ.

ຂ່າວ/ບົດ​ອື່ນ