ໝູ່ບ້ານດອກໄມ້ຊາແດກດຶງດູດແຂກທ່ອງທ່ຽວໃນໂອກາດບຸນເຕັດ
ໝູ່ບ້ານດອກໄມ້ຊາແດກດຶງດູດແຂກທ່ອງທ່ຽວ
ມາຢ້ຽມຢາມເປັນຈຳນວນຫຼວງຫຼາຍ
(vovworld) - ໝູ່ບ້ານດອກໄມ້ຊາແດກ, ນະຄອນ ຊາແດກ, ແຂວງ ດົ່ງທາບ ພວມກ້າວເຂົ້າສູ່ບຸນເຕັດດ້ວຍຄວາມຟົດຟື້ນມ່ວນຊື່ນ. ຢູ່ທີ່ນີ້ບັນດາພໍ່ຄ້າຊາວຂາຍພວມສົ່ງດອກໄມ້ໄປຍັງທົ່ວປະເທດ. ນີ້ກໍ່ແມ່ນຈຸດເວລາທີ່ໝູ່ບ້ານດອກໄມ້ດຶງດູດແຂກມາທ່ຽວຊົມຄວາມງາມຂອງເຂດທີ່ໄດ້ຮັບການຂະໜານນາມວ່າເປັນສະຖານທີ່ແຫ່ງດອກໄມ້ຢູ່ພາກຕາເວັນຕົກ. ເວລານີ້ສວນຫຼາຍແຫ່ງຢູ່ໝູ່ບ້ານດອກໄມ້ ຊາແດກ ໄດ້ເປີດປະຕູເພື່ອຕ້ອນຮັບແຂກມາຢ້ຽມຢາມເປັນຈຳນວນຫຼວງຫຼາຍ. ນອກຈາກຊອກຮູ້ວິທີບົວລະບັດດອກໄມ້ ແລະ ຊື້ດອກໄມ້ແລ້ວ, ນັກທ່ອງທ່ຽວສາມາດຖ່າຍຮູບເປັນທີ່ລະນິກໄດ້ຢ່າງເສລີອີກ. ແຕ່ລະມື້ໝູ່ບ້ານດອກໄມ້ ຊາແດກ ໄດ້ຕ້ອນຮັບແຂກມາຊົມກວ່າ 2000 ເທື່ອຄົນ. ເພື່ອດຶງດູດນັກທ່ອງທ່ຽວ, ຜູ້ປູກດອກໄມ້ຢູ່ ຊາແດກ ຍາມໃດກໍ່ຊອກຫາແນວດອກໄມ້ໃໝ່ມາປູກເພື່ອສ້າງຄວາມປະທັບໃຈໃຫ້ນັກທ່ອງທ່ຽວ. ນອກຈາກປະສິດທິຜົນທາງດ້ານເສດຖະກິດ, ນີ້ກໍ່ແມ່ນໂອກາດເພື່ອໃຫ້ໝູ່ບ້ານນີ້ໂຄສະນາແນວດອກໄມ້ຕ່າງໆຂອງ ຊາແດກ ເຖິງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ, ປະກອບສ່ວນຊຸກຍູ້ການທ່ອງທ່ຽວໃນທ້ອງຖີ່ນໃຫ້ພັດທະນາ.