ໝາກຜົນການຢ້ຽມຢາມ ແລະ ເຮັດວຽກຂອງອົງມົງກຸດລາຊະກຸມມານແບນຊິກ

ໝາກຜົນການຢ້ຽມຢາມ ແລະ ເຮັດວຽກຂອງອົງມົງກຸດລາຊະກຸມມານແບນຊິກ  - ảnh 1
ມີ​ສັນຍາ ​ແລະ ຂໍ້​ຕົກລົງ 37 ສະບັບ​
ໄດ້​ຮັບ​ການ​ລົງ​ນາມ
(ພາບ: gdt.gov.vn)

(vovworld) – ຕອນ​ເຊົ້າ​ວັນ​ທີ 17/3, ຢູ່​ນະຄອນ​ໂຮ່ຈີ​ມິນ, ສະຖານທູດ​ແບ​ນຊິກ​ປະຈຳ​ຫວຽດນາມ ​ແລະ ສະຖານກົງສູນ​ໃຫຍ່ ​ແບນ​ຊິກ​ປະຈຳ​ນະຄອນ ​ໄດ້​ຈັດ​ຕັ້ງ​ການ​ປະຊຸມ​ຂ່າວ ​ປະກາດບັນດາ​ໝາກຜົນທີ່​ບັນລຸ​ໄດ້​ພາຍຫຼັງ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຂອງ​ອົງ​ມົງກຸດ​ລາຊະ​ກຸມມານ​ແບນ​ຊິກ​​ແລະ ຄະນະ​ການ​ຄ້າ​ຂັ້ນ​ສູງຢູ່​ຫວຽດນາມ​ແຕ່​ວັນ​ທີ 11 -16/3 ຢ່າງ​ເປັນ​ທາງ​ການ. ມີ​ສັນຍາ ​ແລະ ຂໍ້​ຕົກລົງ 37 ສະບັບ​ໄດ້​ຮັບ​ການ​ລົງ​ນາມ​ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍ ​ແລະ ນະຄອນ ​ໂຮ່ຈີ​ມິນ. ​ໃນ​ນັ້ນ, ມີ ສັນຍາ​ຮ່ວມ​ມື​ລະດັບ​ຊາດ​ 4 ສະບັບໃນ​ບັນດາຂົງ​ເຂດ​ຄື: ຫຼີກ​ລ້ຽງ​ເກັບ​ພາສີຊ້ອນ, ການ​ເງິນ​ແຫ່ງ​ລັດ, ໜູນ​ຊ່ວຍ​ດ້ານ​ການ​ເງິນ​ໃຫ້​ແກ່​ລັດຖະບານ​ຫວຽດນາມ​ໃນ​ການ​ຊື້​ດາວ​ທຽມ​ນ້ອຍ​ຈາກ ​​ແບນ​ຊິກ, ​ ​ແລະ​ການ​ຮ່ວມ​ມື​ວິທະຍາສາດ​ໃນ​ຂົງ​ເຂດ​ເທັກ​ໂນ​ໂລ​ຢີອາ​ວະ​ກາດ. ມີ​ຂໍ້​ຕົກລົງສະບັບ​ໜຶ່ງ​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມືພາກ​ລັດ - ​ເອກະ​ຊົນຢູ່​ຂົງ​ເຂດຂຸດ​ລອກ ​ແລະ ພັດທະນາ​ທ່າ​ກ່ຳ​ປັນ. ຄຽງ​ຂ້າງ​ນັ້ນ, ຍັງ​ມີ​ບັນດາ​ສັນ​ຍາ​ການ​ຄ້າ​ລະຫວ່າງ​ບັນດາ​ບໍລິ​ສັດ​ຂອງ​ແບນ​ຊິກ ​ແລະ ຫວຽດນາ​ມ ​ໃນ​ຂົງ​ເຂດ: ກໍ່ສ້າງ​ໂຮງໝໍ​ແຫ່ງ​ໜຶ່ງ, ພັດທະນາ​ພື້ນຖານ​ໂຄງ​ລ່າງ​ທ່າ​ກ່ຳ​ປັນ ​ແລະ ​ໂຄງການ​ຮ່ວມ​ມື​ມະຫາວິທະຍາ​ໄລ.​.​.​ ທີ່​ການ​ປະຊຸມ​ຂ່າວ, ທ່ານ Bruno Angelet, ​ເອກ​ອັກຄະ​ລັດຖະທູ​ດລາຊາ​ອະນາ​ຈັກ ​ແບນ​ຊິກ​ ປະຈຳ​ຫວຽດນາມ ​ເນັ້ນ​ໜັກ​ວ່າ: ບັນດາ​ສັນຍາ ​ແລະ ຂໍ້​ຕົກລົງ​ໄດ້​ຮັບ​ການ​ລົງ​ນາມສະ​ແດງ​ໃຫ້​ເຫັນ​ຄຳ​ໝັ້ນ​ສັນຍາ​ຢ່າງ​ແຂງ​ແຮງ ​ເພື່ອ​ແນ​ໃສ່​ຊຸກ​ຍູ້ ​ແລະ ​ເພີ່ມ​ທະວີ​ສາຍ​ພົວພັນ​ຮ່ວມ​ມື​ໃກ້​ສິຊິດ​ສະໜິດ​ສະ​ໜົມລະຫວ່າງ​ຫວຽດນາມ ​ແລະ ​ແບນ​ຊິກ​ໃນ​ອະນາຄົດກ່ວາ​ອີກ.

ຂ່າວ/ບົດ​ອື່ນ