ໝາກຜົນເບື້ອງຕົ້ນຂອງການເລືອກຕັ້ງປະທານາທິບໍດີອາເມລິກາໃນປີ 2012.

 
ໝາກຜົນເບື້ອງຕົ້ນຂອງການເລືອກຕັ້ງປະທານາທິບໍດີອາເມລິກາໃນປີ 2012. - ảnh 1
ທ່ານ Santorum (ເບື້ອງຊ້າຍ) ອາດ​ຈະ​ຍາດ​ໄດ້​ໄຊຊະນະ​ໃນ​ການ​ຊ່ວງ​ເສັງ​ຢູ່​ທັງ​ສາມ​ລັດ
(ພາບ: http://vnexpress.net)

(vovworld.vn)-ຕາມໝາກຜົນ​ເບື້ອງ​ຕົ້ນ​​ແຫ່ງ​ການກວດ​ບັດເລືອກ​ຕັ້ງ​ປະທານາທິບໍດີ​ອາ​ເມ​ລິ​ກາ​ໃນ​ປີ 2012 ຢູ່ 3 ລັດ​ຄື: Missouri, Minnesota ​ແລະ Colorado ​ໃນ​ວັນ​ທີ 7/2 ​​ແລ້ວ, ອາ​ດີດ​ສະມາຊິກ​ສະພາ​ສູງ​ລັດ Pennsylvania Rick Santorum ອາດ​ຈະ​ຍາດ​ໄດ້​ໄຊຊະນະ​ໃນ​ການ​ຊ່ວງ​ເສັງ​ຢູ່​ທັງ​ສາມ​ລັດ. ດ້ວຍໝາກຜົນ​ດັ່ງກ່າວ, ທ່ານ Santorum ​ໄດ້​ລື່ນ​ກາຍອາ​ດີດ​ຂະ​ຫຼວງ​ລັດ Mitt Romnye ນຳ​ໜ້າການ​ຊ່ວງ​ເສັງ​ລະຫວ່າງ​ບັນດາ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ພັກສາ​ທາ​ລະນະ​ລັດ. ຕາມ​ໝາກຜົນ​ຂອງ 89% ຈຳນວນ​ບັດ​ທີ່​ໄດ້​ກວດ​ຢູ່​ລັດ Missouri, 47% ຢູ່​ລັດ Minnesota ​ແລະ 7% ຢູ່​ລັດ Colorado ແລ້ວ, ທ່ານ Santorum ລ້ວນ​ແຕ່​ນຳ​ໜ້າ ດ້ວຍຈຳນວນ​ບັດ​ສະໜັບສະໜູນກວມ​ປະມານ 50% ຢູ່​ທັງ 3 ລັດ. ຜູ້​ຢືນ​ອັນ​ດັບ​ສອງຢູ່ Missouri ​ແມ່ນ​ທ່ານ Romnye, ຢູ່​ລັດ Minnesota ​ແມ່ນ​ສະມາຊິກ​ສະພາ​ຕຳ່ Ron Paul ອາຍຸ 77 ປີ. ສ່ວນ​ຢູ່​ລັດ Colorado ​​ແມ່ນ​ທ່ານ Santorum ອະດີດ​ປະທານ​ສະພາ​ຕຳ່ Newt Gingrich.

 

ຂ່າວ/ບົດ​ອື່ນ