ໝາກຜົນເບື້ອງຕົ້ນແຫ່ງ ການເລືອກຕັ້ງ ສະພາ ແຫ່ງຊາດຝະລັ່ງ

ໝາກຜົນເບື້ອງຕົ້ນແຫ່ງ ການເລືອກຕັ້ງ ສະພາ ແຫ່ງຊາດຝະລັ່ງ - ảnh 1

ປະຊາຊົນ​ຝະລັ່ງ ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ

(ພາບ:vnexpress.net)

( vovworld )- ພັກ​ສັງຄົມ ​ແລະ ບັນດາ​ພັກ​ຝ່າຍ​ພັນທະ​ມິດ​ຂອງ​ປະທານາທິບໍດີ​ຝະລັ່ງ Francois Holllande ຫາ​ກໍ່​ຍາດ​ໄດ້​ໄຊຊະນະ​ໃນ​ຮອບ​ທີ 1 ຂອງການ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດ​ຈັດ​ຂຶ້ນ​ເມື່ອ​ວັນ​ທີ 10/6 ທີ່​ຜ່ານ​ມາ. ​ແຕ່​ເຖິງ​ຢ່າງ​​ໃດ​ກໍ່ຕາມ, ອັດຕາ​ສ່ວນ​ຜູ້​ມີ​ສິດ​ເລືອກ​ຕັ້ງບໍ່​ໄປ​ປ່ອນ​ບັດ​ສູງ ຊື່​ງ​ເຮັດ​ໃຫ້​ຜູ້​ຄົນ​ທັງຫຼາຍ​ຍາກ​ທີ່​ຈະ​ຄາດ​ຄະ​ເນ​ໝາກຜົນ​ການ​ເລືອກ​ຕັ້ງຮອບ​ທີ 2 ​ໄດ້. ອັດ​ຕາ​ສ່ວນ​ບັດ​ສະໜັບສະໜູນ​ພັກ​ສັງຄົມ ​ໄດ້​ຜ່ອນຄາຍຄວາມ​ວິຕົກ​ກັງວົນ​ສ່ວນ​ໃດ​ສ່ວນ 1 ກ່ຽວ​ກັບ​​ເລື່ອງ​ທີ່​ຝ່າ​ຍ ຂອງປະທານາທິບໍດີ ຈະ​ບໍ່​ມີ​ສິດ​ອຳນາດ​ໃນ​ສະພາ​ແຫ່ງ​ຊາດ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຜູ້​ມີ​ສິດ​ເລືອກ​ຕັ້ງຝະລັ່ງ​ ກໍ່​ຈະ​ບໍ່​ໃຫ້​ປະທາ​ນາ​ທິບໍດີ​ຄົນ​ໃໝ່​ມີ​ສິດ​ຕັດສິນ​ວຽກ​ງານ​ທັງ​ໝົດ. ​ໄປ​ຝືນ​ກັບ​ຄວາມ​ມຸ້ງ​ຫວັງ, ​ແນວ​ໂຮມ​ຝ່າຍ​ຊ້າຍ​ບໍ່​ບັນລຸ​ໄດ້​ໝາກ​ຜົນ​ສູງ​ໃນ​ການ​ເລືອກ​ຕັ້ງຄັ້ງນີ້. ອັດຕາ​ສ່ວນ​ຜູ້​ໄປ​ປ່ອນ​ບັດ​​ເລືອກ​ຕັ້ງບໍ່​ຫຼາຍ ພ້ອມ​ດ້ວຍ​ໝາກຜົນ​ການ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດຝະລັ່ງ ​ຮອບ​ທີ 1 ​ໄດ້​ສະ​ແດງ​ໃຫ້​ເຫັນວ່າ ​ສະພາບ​ການ​ໃນ​ຕໍ່ໜ້າ ຍາກ​ທີ່​ຈະ​ຄາດ​ຄະ​ເນ​ໄດ້, ທຸກໆ​ກໍລະນີ​ອາດ​ຈະ​ເກີດ​ຂຶ້ນ​ໄດ້. ທ່ານ​ນາຍົກລັດຖະມົນຕີ Jean Marc Ayrault ​ໄດ້​ຮຽກຮ້ອງ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໄປ​ປ່ອນ​ບັດ​ໃນ​ຮອບ​ທີ 2 ​ໃນວັນ​ທີ 17/6 ທີ່​ຈະ​ມາ​ເຖິງ.

 

 

 

 

 


ຂ່າວ/ບົດ​ອື່ນ