ໝາກລິ້ນຈີ່ຫວຽດນາມກ່ວາ13.000ໂຕນໄດ້ສົ່ງເຖິງຈີນຜ່ານດ່ານຊາຍແດນລາວກາຍ

ໝາກລິ້ນຈີ່ຫວຽດນາມກ່ວາ13.000ໂຕນໄດ້ສົ່ງເຖິງຈີນຜ່ານດ່ານຊາຍແດນລາວກາຍ - ảnh 1
ພາບ​ປະ​ກອບ

(vovworld) – ໃນ​ໄລ​ຍະ​ຜ່ານ​ມາ, ໝາກ​ລິ້ນ​ຈີ່ ຫວຽດ​ນາມ ກ່​ວາ 13.000 ໂຕ​ນ​, ດ້ວຍ​ມູນ​ຄ່າ​ກ່​ວາ 6,5 ລ້ານ USD ​ຖືກ​ສົ່ງ​ອອກ​ຈີນ​ຜ່ານ​ດ່ານ​ຊາຍ​ແດນຕ່າງໆໃນ​ບໍ​ລິ​ເວນ​ແຂວງ ລາວ​ກາຍ​ຢ່າງ​ສະ​ດວກ​ສະ​ບາຍ. ຄິດ​ສ​ະ​ເລ່ຍ​ແຕ່​ລະ​ມື້, ມ​ີ​ໝາກ​ລິ້ນ​ຈີ່​ປະ​ມານ 800 ໂຕນ​​ຖືກສົ່ງ​ອອກ ຈີນ. ປະ​ຈຸ​ບັນ, ໝາກ​ລິ້​ນ​ຈີ່​ພວມ​ຢູ່​ໃນ​ໄລ​ຍະ​ເກັບ​ກ່ຽວ. ແຕ່​ລະ​ມື້, ມີ​ລົດ​ໂອ​ໂຕ​​​​ຂົນ​ສົ່ງ​ໝາກ​ລິ້ນ​ຈີ່ ນັບ​ຮ້ອຍ​ຄັນໄດ້ລໍ​ຖ້າຢູ່​ດ່າ​ນ​ຊາຍ​ແດນ​ເພື່ອ​ເຮັດ​ລະ​ບ​ຽບ​ການ​ຜ່ານ​ແດນ.  ທ່ານ ໂດ໋​ຈູງ​ດ່ຽວ, ຮອງ​ຫົວ​ໜ້າ​ກົມພາ​ສີດ່ານ​ຊາຍ​ແດນ​ສາ​ກົນ ລາວ​ກາຍ, ໃຫ້​ຮູ້​ວ່າ:

        “ປະ​ຈຸ​ບັນ, ພວກ​ຂ້າ​ພະ​ເຈົ້າ​ພວມ​ນຳ​ໃຊ້​ລະ​ບົບ​ຜ່ານ​ແດນ​ອັດ​ຕະ​​ໂນມັດ. ເມື່ອ​​ວິ​ສາ​ຫະ​ກິດເຮັດ​​ໃບ​ແຈ້ງ​ຢ່າງ​ຖືກ​ຕ້ອງ​ແລ້ວ ມີ​ແຕ່​ລໍ​ຖ້າ​ແຕ່ 30 ວີ​ນາ​ທີ ຫາ 1 ນາ​ທີ, ກໍ່​ສາ​ມາດ​​ເຮັດ​ລະບ​ຽບ​ການ​ພາ​ສາ ແລະ ຂອດ​ຕ່າງໆ​ວ່ອງ​ໄວ ແລະ ສະ​ດວກ​ສະ​ບາຍ.  ກົມ​ພາ​ສີ​ສາ​ຂາ​ດ່ານ​ຊາຍ​ແດນກໍ່​ມີ​ເອ​ກະ​ສານ​ຊາບ​ຊຶມ​ຈັດ​ພະ​ນັກ​ງານ​ປະ​ຈຳ​ການ​ເພື່ອແກ້​ໄຂ​​ລະ​ບຽບ​ການ​ພ​າ​ສີໃຫ້​ແກ່​​ຜະ​ລິ​ດ​ຕະ​ພ​ັນ​ກະ​ເສດ, ພິ​ເສດ​ແມ່ນ​ໝາກ​ລິ້ນ​ຈີ່​ສົດ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ທີ່​ສົ່ງ​ອອກຜ່ານ​ດ່ານ​ຊາຍ​ແດນ.”

                                    


ຂ່າວ/ບົດ​ອື່ນ