(VOVWORLD) -ກອນລຳເຊີດັງເຕີເດີຣາເວົ້າສະເພາະ ກໍ່ຄືກອນລຳບັນດາເຜົ່າຢູ່ເຂດໄຕງວຽນເວົ້າລວມ ແມ່ນຮູບພາບສັງລວມຂອງທັງຍຸກສະໄໜ, ສ່ອງແສງຢ່າງຊື່ສັດ, ມີຊີວິດຊີວາ ກ່ຽວກັບຊີວິດການເປັນຢູ່, ການດຳເນີນຊີວິດວົງຄະນະຍາດບັນດາເຜົ່າ ຢູ່ເຂດໄຕງວຽນ ແລະ ການຕໍ່ສູ້ເພື່ອບັນດາອຸດົມການວັດທະນະທຳມະນຸດ ອັນສູງສົ່ງຂອງເຂົາເຈົ້າ. ນີ້ແມ່ນບົດວິລະນິພົນຢ່າງແທ້ຈິງ ປະກອບສ່ວນເຮັດໃຫ້ຄຸນຄ່າວັດທະນະທຳທາງດ້ານຈິດໃຈຂອງວົງຄະນະຍາດບັນດາເຜົ່າຫວຽດນາມມີຄວາມອຸດົມສົມບູນຂຶ້ນຕື່ມ.
ການສະແດງຂັບເລົ່າກອນລຳໄຕງວຽນ |
ກອນລຳຂອງບັນດາເຜົ່າຢູ່ເຂດໄຕງວຽນ ລວມມີປະມານກວ່າ 200 ຊຸດ ເຊິ່ງໄດ້ຮັບການເກັບກຳ, ຈົດບັນທຶກ ແລະ ພວມຈັດຕັ້ງຮຽບຮຽງ. ສ່ວນທີ່ຍັງເຫຼືອແມ່ນໄດ້ຮູ້ຈັກເຖິງແລ້ວ ແຕ່ຍັງບໍ່ທັນໄດ້ຮັບການຈົດບັນທຶກ ກໍໄດ້ຂຶ້ນເຖິງນັບຮ້ອຍຊຸດອີກ. ນີ້ແມ່ນສາງວັດທະນະທຳພື້ນເມືອງມະຫຶມາ, ແມ່ນສາງປະຫວັດສາດ - ວັດທະນະທຳອັນລ້ຳຄ່າ ທີ່ສາມາດປຽບທຽບກັບສາງເທບນິຍາຍເກຼັກທີ່ລືຊື່. ພ້ອມກັບບັນດາບົດກອນລຳຕ່າງຫາກ, ມີຄວາມຍາວພໍດີຄື ກອນລຳດຳຊານ, ກອນລຳຄິງຢູ໊, ກໍ່ຍັງມີກອນລຳປະເພດຂັບເລົ່າຕິດຕໍ່ກັນ ເຊິ່ງປະກອບດ້ວຍຫຼາຍບົດກອນລຳ ທີ່ກ່ຽວຂ້ອງນຳກັນ ກ່ຽວກັບຕົວລະຄອນ, ເຈົ້າກຳ, ວິທີການສະແດງຄືບັນດາບົດກອນລຳ: ອອດເດີຣົງ ຂອງຊາວເຜົ່າເມີນົງ, ຢົງ ຂອງຊາວເຜົ່າບານາ ແລະ ດຳດວງ ຂອງຊາວເຜົ່າເຊີດັງ. ກອນລຳແຕ່ລະຊຸດ ທີ່ຂັບເລົ່າຕິດຕໍ່ກັນນັ້ນ ລວມມີປະມານ 100 ບົດ ມີສາຍສຳພັນທີ່ສົມບູນພໍສົມຄວນ ແລະ ໄດ້ຮັບການຕີລາຄາຈາກຜູ້ຊ່ຽວຊານວ່າ ແມ່ນບັນດາບົດກອນລຳ ທີ່ມີຄວາມຍາວກວ່າໝູ່ໃນໂລກ, ທຽບເທົ່າກັບບັນດາບົດກອນລຳໃຫຍ່ຂອງຕ່າງປະເທດຄື ຣຳມາຢານາ, ກາເລວານາ… ເນື້ອໃນກອນລຳຂອງບັນດາເຜົ່າເຂດໄຕງວຽນ ແມ່ນຊ້ອນແຝງບັນດາໄລຍະແຫ່ງການຫັນປ່ຽນຢ່າງໃຫຍ່ຫຼວງຂອງບັນດາເຜົ່າ, ແມ່ນຮູບພາບສັງລວມຂອງທັງຍຸກສະໄໝ. ບັນດາຕົວລະຄອນວິລະຊົນ ໃນກອນລຳໄດ້ສ້າງຂຶ້ນ ບໍ່ສະເພາະແຕ່ລັກສະນະສ່ວນບຸກຄົນເທົ່ານັ້ນ, ຫາກຍັງເປັນຕົວແທນໃຫ້ແກ່ວົງຄະນະຍາດ, ສະແດງໃຫ້ເຫັນຄວາມຄາດຫວັງແບບເພີນຈິດ ແລະ ຄວາມປາຖະໜາຢ່າງແຮງກ້າຂອງວົງຄະນະຍາດອີກດ້ວຍ. ເຂົາເຈົ້າມີກຳລັງແຮງຢ່າງມະຫັດສະຈັນ ຜ່ານບັນດາການຕໍ່ສູ້ຢ່າງພິລະອາດຫານ ດ້ວຍຄວາມເກັ່ງກ້າສາມາດຢ່າງປະຕິຫານຂອງຕົນ, ໄດ້ນຳພາປະຊາຊົນ ສ້າງເປັນບັນດາວົງຄະນະຍາດໃໝ່ ທີ່ຮັ່ງມີເຂັ້ມແຂງ ແລະ ມີກຽດອັນສະຫງ່າ. ນັກສິລະປະການ ອາຢາ ຢູ່ ປະເລໂດນ, ຕາແສງກວາງຈຸງ, ນະຄອນກອນຕູມ ໃຫ້ຮູ້ວ່າ:
ກ່ຽວກັບຕົວລະຄອນກໍ່ເໝືອນກັນ, ແຕ່ຊື່ພັດແຕກຕ່າງກັນ. ຍົກຕົວຢ່າງຄືພາສາເຜົ່າບານາ ເອີ້ນວ່າ ຢວງ, ແຕ່ພາສາເຜົ່າເຊີດັງແມ່ນເອີ້ນວ່າ ດວງ. ພາສາເຜົ່າບານາ ເອີ້ນວ່າ ຢວງ ກໍ່ໝາຍຄວາມວ່າ ນ້ອງຢວງ, ແຕ່ພາສາເຜົ່າເຊີດັງ ເຕີເດີຣາ ກໍ່ເອີ້ນວ່າ ເດຍ ມັນກໍ່ມີຄວາມຜິດດ່ຽງກັນທາງດ້ານການອອກສຽງ, ກ່ຽວກັບຕົວໜັງສື ແຕ່ທີ່ຈິງແລ້ວມັນກໍ່ເໝືອນກັນ. ແຕ່ສຳລັບເລື່ອງລາວມັນກໍ່ບໍ່ຄືກັນແຕ່ຢ່າງໃດ. ດວງຢູ່ທີ່ນີ້ ແມ່ນວຽກງານນີ້, ແຕ່ ຢວງ ໃນໝູ່ບ້ານເຜົ່າບານານັ້ນ, ກໍ່ແມ່ນເລື່ອງເຮັດວຽກອື່ນໆ”.
ຄວາມແຕກຕ່າງກັນລະຫວ່າງກອນລຳເຂດໄຕງວຽນ ກັບບັນດາບົດປະພັນກອນລຳບູຮານອື່ນໆ ເຊັ່ນ: ອີລີອາດ, ໂອດີເຊ, ຣາມາຢານາ, ກາເລວາລາ ປັດຈຸບັນຍັງຄົງຕົວຕົ້ນຕໍ ພຽງໃນປື້ມບັນທຶກ ຫຼືວ່າໄດ້ຖືກປ່ຽນເປັນຮູບການອື່ນ ໃນບັນດາປະເພດສິລະປະຕ່າງໆ, ແຕ່ກອນລຳຂອງບັນດາເຜົ່າເຂດໄຕງວຽນ ຍັງຄົງໄດ້ຮັບການສືບທອດກັນມາໄວ້ເໝືອນເດີມໃນໝູ່ປະຊາຊົນ, ຍັງຄົງໄດ້ຮັບການສະແດງໃນບັນດາການດຳເນີນຊີວິດວົງຄະນະຍາດຂອງປະຊາຊົນ. ເປັນອັນວ່າກອນລຳເຂດໄຕງວຽນ ຍັງມີຊີວິດຄົງຕົວໃນວົງຄະນະຍາດ. ທ່ານຮອງສາດສະດາຈານ ປອ. ຫວໍກວາງຈ້ອງ ຜູ້ອຳນວຍການຫໍພິພິທະພັນຊົນເຜົ່າວິທະຍາ ຫວຽດນາມ ໃຫ້ຮູ້ວ່າ:
“ ກອນລຳເມີນົງສ່ວນຫຼາຍ ແມ່ນຄຳຮ້ອຍກອງ, ສ່ວນກອນລຳຂອງເຜົ່າບານາ, ເຊີດັງແມ່ນກອນລຳແບບເລົ່າເລື່ອງ, ເວລາເລົ່ານັ້ນກໍ່ມີທັງຄຳຮ້ອຍກອງ, ມີທັງຄຳຮ້ອຍແກ້ວ. ແຕ່ໃນປັດຈຸບັນຍັງບໍ່ທັນມີຜູ້ໃດທີ່ມີຄວາມຮູ້ເພື່ອສາມາດສະແດງອອກຜ່ານຄຳຮ້ອຍກອງໄດ້. ນີ້ແມ່ນຂໍ້ຈຳກັດຢ່າງໃຫຍ່ຫຼວງ ເພາະວ່າ ພວກເຮົາຍັງຂາດບັນດາຜູ້ທີ່ມີຄວາມສາມາດຢ່າງພຽງພໍ ເພື່ອຂັບເລົ່າເປັນຄຳຮ້ອຍກອງ. ດັ່ງນັ້ນໃນປັດຈຸບັນ ຈຶ່ງມີພຽງໃນຮູບການຄຳຮ້ອຍແກ້ວເທົ່ານັ້ນ ແລະ ແປເນື້ອໃນເປັນຕົ້ນ. ນີ້ກໍ່ແມ່ນສິ່ງທີ່ເຮັດໃຫ້ກອນລຳ ຖືກຫຼຸດຜ່ອນຄຸນຄ່າຂອງມັນລົງ. ຂ້າພະເຈົ້າຄິດວ່າ ໃນອະນາຄົດ ຈະມີບັນດາຜູ້ທີ່ມີຄວາມເກັ່ງກ້າສາມາດ ທາງດ້ານພາສາ ຫຼື ມີຄວາມເກັ່ງກ້າທາງດ້ານວັດທະນະທຳ ທີ່ສາມາດຫັນເປັນຄຳຮ້ອຍກອງຄືນັກສິລະປະການຊາວເຜົ່າບານາ, ຊາວເຜົ່າເຊີດັງໄດ້ຂັບ ແລະ ເລົ່າ”.
ດ້ວຍບັນດາຄຸນຄ່າຂອງຕົນ ກອນລຳບັນດາເຜົ່າຢູ່ບັນດາເຂດໄຕງວຽນ ໄດ້ກາຍເປັນບົດວິລະນິພົນຢ່າງແທ້ຈິງ ປະກອບສ່ວນເຮັດໃຫ້ຄຸນຄ່າວັດທະນະທຳທາງດ້ານຈິດໃຈ ຂອງວົງຄະນະຍາດບັນດາເຜົ່າຫວຽດນາມມີຄວາມອຸດົມສົມບູນຫຼາຍຂຶ້ນ ເຊິ່ງໄດ້ມີປະຫວັດສາດມາເປັນເວລານັບພັນ ປີ ແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ກໍ່ຄືໄດ້ທຳການຕໍ່ສູ້ຢ່າງອົງອາດກ້າແກ່ນ, ບໍ່ຍອມຈຳນົນເພື່ອຄົງຕົວ ແລະ ຂະຫຍາຍຕົວ.