ການປະດິດແຕ່ງຄວາມຮັກຕໍ່ທະເລ,ໝູ່ເກາະຂອງນັກສິລະປິນ,ນັກປະພັນວັນນະຄະດີຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ


(vovworld)- ທະ​ເລ ແລະ ໝູ່​ເກາະ ແມ່ນ​ຫົວ​ເລື່ອງທີ່ບໍ່​ມີ​ວັນ​ສິ້ນ​ສຸດ​ເພື່ອ​ໃຫ້ນັກ​ສິ​ລະ​ປິນ,ນັກ​ປະ​ພັນວັນ​ນະ​ຄະ​ດີປະ​ດິດ​ແຕ່ງ​. ກໍ​ຄື​ກັນ​ກັບ​ຊາວ​ຫວຽດ​ນາມ ນັບ​ລ້ານໆ​ຄົນ, ຄວາມ​ຮັກ​ຕໍ່​ທະ​ເລ, ໝູ່​ເກາະ​ຍາມ​ໃດ​ກໍ​ຝັງ​ເລິກ​ໃຈໃນດວງ​ໃຈ​ຂອງ​ນັກ​ສິ​ລະ​ປິນ, ນັກ​ປະ​ພັນ​ວັນ​ນະ​ຄະ​ດີຫວຽດ​ນາມ ເວົ້າ​ລວມ, ໂດຍ​ສະ​ເພາະ​ແມ່ນ​ບັນ​ດາ​ນັກ​ສິ​ລະ​ປິນ, ນັກ​ປະ​ພັນ​​ວັນ​ນະ​ຄະ​ດີທີ່​ຂຶ້ນ​ກັບ​ສະ​ມາ​ຄົມ​ວັນ​ນະ​ຄະ​ດີ ສິ​ລ​ະ​ປະ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​​ຕອນ​ພາກ​ໃຕ້​ຫວຽດ​ນາມເວົ້າສະ​ເພາະ.

ການປະດິດແຕ່ງຄວາມຮັກຕໍ່ທະເລ,ໝູ່ເກາະຂອງນັກສິລະປິນ,ນັກປະພັນວັນນະຄະດີຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ - ảnh 1
ພາບ​ປະ​ກອບ:internet

 ໃນ​ຊຸມມື້​ຕົ້ນ​ປີ 2016,  ນັກ​ດົນ​ຕີ ໂດ໋​ເລີບ ຂອງ​ແຂວງ ເຫົ້າ​ຢາງ ຫາ​ກໍ​ສຳ​ເລັດ​ການ​ເດີນ​ທາງ​​ຈາກ​ພາກ​ເຫ​ນືອ​​ລົງຮອດ​ພາກ​ໃຕ້​ຫວຽດ​ນາມ ດ້ວຍ​ຈຸດ​ປ​ະ​ສົງ​ເຊື່ອມ​ຕໍ່​ຄວາມ​ຮັກ​​ຕໍ່ທະ​ເລ, ໝູ່​ເກາະ​ຂອງ​ປະ​ຊາ​ຊົນ​​ຢູ່​ທຸກ​ເຂດ​ແຄ້ວນ​ໃນ​ທົ່ວ​ປະ​ເທດ. ການ​ເດີ​ນ​ທາງ​ດ້ວຍ​ລົດ​ຈັກ ແລະ ໃຊ້​ເວ​ລາກວ່າ 1 ປີ ແລະ ຄາດ​ວ່າ ສະ​ສົມ​ໄດ້  20.000 ລາຍ​ລັກ​ອັກ​ສອນ​ທີ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັກ​ຕໍ່​ທະ​ເລ, ໝູ່​ເກາະ. ພາຍ​ຫລັງ​ການ​ເດີນ​ທາງນັ້ນ, ນັກ​ດົນ​ຕີ ໂດ໋​ເລີບ ໄດ້​ມີ​ປື້ມ​ຄູ່​ມື ຈົດ​​​ເປັນລາຍ​ລັກ​ອັກ​ສອນ​ທີ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັກ​ຂອງ​ປະ​ຊາ​ຊົນ​ຢູ່​ເຂດ​ດິນ​ຕໍ່​ແຜ່ນ​ທີ່​ມີ​ຕໍ່​ທະ​ເລ​ໝູ່​ເກາະ​ຂອງ​ບ້ານ​ເກີດ​ເມືອງນອນ.

        “ການ​​ຕອບ​ສະ​ຫນອງ​ຂອງ​ປະ​ຊາ​ຊົນ​ກໍ​ຄື​​ພວກ​ນ້ອງ​ນັກ​ຮຽນ​ໄດ້​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ. ​ທຸກ​ຄົນ​ຂຽນ​ກ່ຽວ​ກັບ​ປະ​ເທດ​ຊາດ, ປະ​ຊາ​ຊົນ, ຄວາມ​ຮັກ​ຕໍ່​ບ້ານ​ເກີດ​ເມືອງນອນ, ຕໍ່​ປະ​ເທດ​ຊາດ​ຂອງ​ຕົນ​ແມ່ນ​ຈະ​ແຈ້ງ​ທີ່​ສຸດ. ຕົວ​ຢ່າງ​ຄື:  ​​ຄວາມ​ຮັກ​ຕໍ່​ບ້ານ​ເກີດ​ເມືອງນອນຂອງທະ​ຫານປ້ອມ​ປ້ອງ​ກັນ​ຊາຍ​ແດນ  A ba chai ​ທາງກ້ຳ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ​ຊາດ​ທີ່​ໄດ້​ສະ​ແດງ​ອອກ​ໃນ​ ວັນ​ທີ 23/6/2015 ໂດຍ​ມີ​ຂໍ້​ຄວາມ​ວ່າ:, ພວກ​ຂ້າ​ພະ​ເຈົ້າ ແມ່ນ​ບັນ​ດາ​ພະ​ນັກ​ງານ, ນັບ​ຮົບ​ພວມ​ປະ​ຕິ​ບັດ​ຫ​ນ້າ​ທີ່​ຢູ່​ປ້ອມ​ປ້ອງ​ກັນ​ຊາຍ​ແດນ A ba chai ແຂວງ ດ້ຽນ​ບຽນ ຂ​ໍ​ອວຍ​ພອ​ນ​ໃຫ້​ບັນ​ດາ​ພະ​ນັກ​ງານ, ນັກ​ຮົບ​ພວມ​ປະ​ຕິ​ບັດ​ຫ​ນ້າ​ທີ່​ປົກ​ປັກ​ຮັກ​ສາ​ເຂດ​ທະ​ເລ​ໝູ່​ເກາະ ຍາມ​ໃດ​ກໍ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ, ​ສ​້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃຫ້​ພັກ, ຕໍ່​ປະ​ຊາ​ຊົນ​ຢູ່​ເຂດ​ດິນ​ຕໍ່​ແຜ່ນ. ທົ່ວ​ປະ​ເທດ​ຫວຽດ​ນາມ ຍາມ​ໃດ​ກໍ​ອ​ວ່າຍ​ຫ​ນ້າ​ຫາ​ພວກ​ອ້າຍ.”

ສະ​ມາ​ຄົມ​ວັນ​ນະ​ຄະ​ດີ​ສິ​ລະ​ປະ​ແຂວງ ກຽນ​ຢາງ ເຄີຍ​ຈັດ​ຕັ້ງ​ບັນ​ດາ​ການ​ເສັງ​ປະ​ດິດ​ແຕ່ງ​ບົດ​ເພງ​ກ່ຽວ​ກັບ​ຫົວ​ເລື່ອງ: “ນັກ​ຮົບ​ປ້ອງ​ກັນ​ຊາຍ​ແດນ ແລະ ປ້ອງ​ກັນ​ເຂດ​ທະ​ເລ​ໝູ່​ເກາະ ແຂວງ​ກຽນ​ຢາງ”. ບັນ​ດາ​ການ​ເສັງ​ຄື​ແນວນັ້ນ​ຍາມ​ໃດ​ກໍ​ສົ່ງ​ເຖິງ​ມະ​ຫາ​ຊົນ​ພາຍ​ໃນ​ແຂວງ ແລະ ໄດ​້​ຮັບ​ການ​ຕອບ​ສະ​ຫນອງ​ຂອງ​ບັນ​ດາ​ນັກ​ປະ​ພັນ ວັນ​ນະ​ຄະ​ດີ, ນັກ​ສິ​ລະ​ປະ​ຂອງ​ແຂວງ. ບັນ​ດາ​ບົດ​ປະ​ພັນ​ເຂົ້າ​ຮ່ວມ​ການ​ເສັງ​ລ້ວນ​ແຕ່​ແມ່ນ​ຫົວ​ເລື່ອງ​ຍ້ອງຍ​ໍ​ສັນ​ລະ​ເສີນ​ຮູບ​ພາບ​ນັກ​ຮົບ​ປ້ອງ​ກັນ​ຊາຍ​ແດນ, ມີ​ບົດ​ປະ​ພັນ​ຈຳ​ນວນ​ຫ​ນຶ່ງ​ແມ່ນ​ຍ້ອງ​ຍໍ​ບັນ​ດາ​ເຂດ​ດິນ, ເຂດ​ທະ​ເລ​ໝູ່​ເກາະ ຢູ່​ກຽນ​ຢາງ ແລະ ເວົ້າ​ເຖິງ​ອາ​ລົມ​ຈິດ​ຄວາມ​ຮັກ​ແພງຂອງ​ປະ​ຊາ​ຊົນ​​ຢູ່ແນວ​ຫລັງ​, ຄວາມ​ຮັກ​ທີ່​ຊື່​ສັດ​ຂອງ​ຜູ້​ສາວ​ຢູ່​ແນວ​ຫລັງທີ່​ມີ​ຕໍ່​ນັກ​ຮົບ​ຢູ່​ເຂດ​ຊາຍ​ແດນ, ເຂດທະ​ເລໝູ່​ເກາະ​ທີ່​ຫ່າງ​ໄກ. ນັກ​ດົນ​ຕີ ເຢືອງ​ມີງ​ດືກ, ຮອງ​ປະ​ທານ​ປະ​ຈຳ​ສະ​ມາ​ຄົມ​ວັນ​ນະ​ຄະ​ດີ​ສິ​ລະ​ປະ​ແຂວງ ກຽນ​ຢາງ ໃຫ້​ຮູ້​ວ່າ: ຈາກ​ບັນ​ດາ​ການ​ເສັງ​ຄື​ດັ່ງ​ກ່າວ, ມ​ີ​ບົດ​ປະ​ພັນ​ຫລາຍ​ບົດ​ມີ​ຄຸນ​ຄ່າ​ໄດ້​ຮັບ​ການ​ເລືອກ​ເຟັ້ນ​ເພື່ອ​ເຜີຍ​ແຜ່, ແນະ​ນຳ​ຜ່ານ​ວິ​ທະ​ຍຸ, ໂທ​ລະ​ພາບ, ນຳ​ໃຊ້​ໃນ​ບັນ​ດາ​ລາຍ​ການ​ສະ​ແດງ​ສິ​ລະ​ປະ ແລະ ບັນ​ດາ​ພາ​ຫະ​ນະ​ສື່ມວນ​ຊົນ​ອື່ນ​ມາ​ໃຫ້​ມະ​ຫາ​ຊົນ​ຢ່າງກວ້າງ​ຂວາງ.

ການປະດິດແຕ່ງຄວາມຮັກຕໍ່ທະເລ,ໝູ່ເກາະຂອງນັກສິລະປິນ,ນັກປະພັນວັນນະຄະດີຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ - ảnh 2
ນັກ​ສິ​ລະ​ປິ​ນ, ນັກ​ປະ​ພັ​ນ​ວັນ​ນະ​ຄະ​ດີ​ແຂວງ​ຕ​ຽນ​ຢາງ​ຢ້ຽມ​ຢາມ​ ເຈື່ອງ​ຊາ
ພາບ: tuyengiaotiengiang.com

        “ການ​ເສັງ​ປະ​ດິດ​ແຕ່ງ​ບົດ​ເພງ​ກ່ຽວ​ກັບ​ຫົວ​ເລື່ອງ​ເຂດ​ຊາຍ​ແດນ​, ເຂດ​ທະ​ເລ​ໝູ່​ເກາະ ແລະ ປ້ອງ​ກັນ​ຊາຍ​ແດນ ໄດ້​ຮັບ​ການ​ຕອບ​ສະ​ຫນອງ​ຈາກ​ນັກ​ສິ​ລະ​ປິນ, ນັກ​ປະ​ພັນ​ຢູ່​ 64 ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດເປັນ​ຈຳ​ນວນ​ຫລວງ​ຫລາຍ. ພວກ​ຂ້າ​ພະ​ເຈົ້າ​ສືບ​ຕໍ່​ຈັດ​ຕັ້ງ​ການ​ພິມ​ເປັນ​ປື້ມ ແລະ ພິມຈຳ​ຫ​ນ່າຍ​ເປັນ CD ດ້ວຍ​ຈຸດ​ປະ​ສົງ​ປະ​ກອບ​ສ່ວນ​ປະ​ຕິ​ບັດ​ຫ​ນ້າ​ທີ່​ໂຄ​ສະ​ນາ​ເຂດ​ຊາຍ​ແດນ,ເຂດ​ທະ​ເລ​ໝູ່​ເກາະ.”

        ເພື່ອ​ມີ​ບັນ​ດາ​ບົດ​ປະ​ພັນ​ມີ​ຄຸນ​ນະ​ພາບ​ແລະ​ແທດ​ເໝາະ​ກັບ​ຫົວ​ເລື​່ອງ, ສະ​ມາ​ຄົມ​ວັນ​ນະ​ຄະ​ດີ​ສິ​ລະ​ປະ​ແຂວງ ຈາ​ວີງ, ເກີນ​ເທີ ໄດ້​ຈັດ​ຕັ້ງ​ການ​ລົງ​ຕົວ​ຈິງ​ເພື່ອ​ໃຫ້​ບັນ​ດາ​ນັກ​ສິ​ລະ​ປິນ​ໃນ​ແຂວງ ເຫັນ​ປະ​ຈັກ​ຕາ​ກ່ຽວ​ກັບ​ຊີ​ວິດ​ຢູ່​ເຂດ​ທະ​ເລ​ໝູ່​ເກາະ. ນັກ​ປະ​ພັນ​ວັນ​ນະ​ຄະ​ດີ ຫງວຽນ​ຢູງ, ຮອງ​ປະ​ທານ​ສະ​ມາ​ຄົມ​ວັນ​ນະ​ຄະ​ດີ​ສິ​ລະ​ປະ​ແຂວງ ຈາ​ວີງ ໃຫ້​ຮູ້​ວ່າ: ພາຍ​ຫລັງ​ການ​ລົງ​ຕົວ​ຈິງ, ການ​ປະ​ດິດ​ແຕ່ງ​ກ່ຽວ​ກັບ​ເຂດ​ທະ​ເລ​ໝູ່​ເກາະ​ກໍ​ມີ​ຄວາມ​ຟົດ​ຟື້ນ, ເຊື່ອມ​ຕໍ່​ຄວາມ​ຮັກ​ຕໍ່​ປະ​ເທດ​ຊາດ​ຂອງ​ທຸກ​ຄົນ. ສຳ​ລັບ​ນັກ​ສິ​ລະ​ປິນ​ແຕ່​ລະ​ຄົນ​ຢູ່​ເຂດ​ທົ່ງ​ພຽງ, ບັນ​ດາ​ກາ​ລະ​ໂອ​ກາດ​ໄດ້​ພົບ​ປະ, ມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ທະ​ເລ​ໝູ່​ເກາະ​ລ້ວນ​ແຕ່​ແມ່ນ​ສິ່ງ​ທີ່​ລ້ຳ​ຄ່າ, ​ປຸກ​ລຸກ​ຄວາມ​ຮັກ​ຕໍ່ປະ​ເທດ​ຊາດ, ຕໍ່​ບ້ານ​ເກີດ​ເມືອງນອນ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ​ແຕ່​ລະ​ຄົນ. ຄວາມ​ຮັກ​ນັ້ນ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ຜ່ານ​ບັນ​ດາ​ບົດ​ປະ​ພັນ ດ້ວຍ​ຄວາມ​ຫວັງ​ຢາກ​ແບ່​ງ​ປັນ, ຢາກ​ທະ​ວີ​ຄູນ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ​ໃນ​ທົ່ວ​ວົງ​ຄະ​ນາ​ຍາດ. ຫວ່າງ​ແລ້ວນີ້ ທີ່​ງານ​ວາງ​ສະ​ແດ​ງ​ພາບ​ແຕ້ມ​ນະ​ຄອນ​ເກີນ​ເທີ ແລະ ງານ​ວາງ​ສະ​ແດງ​ພາບ​ຖ່າຍ​ສິ​ລະ​ປະ ແຮກ​ສ່ຽວ 3 ຫົວ​ຫ​ນ່ວຍຄື: ເຈົາ​ດົກ​ຂອງ​ແຂວງ ອານ​ຢາງ, ເກີນ​ເທີ ແລະ ນະ​ຄອນ​ໂຮ່​ຈິ​ມີນ ມີ​ບົດ​ປະ​ພັນ​ຫລາຍ​ບົດ​ກ່ຽວ​ກັບ​ຫົວ​ເລື່ອງ​ທະ​ເລ, ໝູ່​ເກາະ. ນັກ​ຈິດ​ຕະ​ກອນ ຫງວຽນ​ກູຍ​ຖ້ວນ, ຊື່ງ​ແມ່​ນ​ຜູ້​ແຕ້ມ​ພາບ “ບັນ​ດາ​ດອກ​ໄມ້​ທະ​ເລ” ແບ່ງ​ປັນ​ວ່າ:

        “ນີ້​ແມ່ນ​ພາບ​ແຕ້ມ​ກ່ຽວ​ກັບ​ບັນ​ດາ​ທະ​ຫານ​ເຮືອ​ຢູ​​່ເຂດ​ທະ​ເລ​ທີ່​ຫ່າງ​ໄກແລະ​ພວມຢູ່​ເທິງ​ບັນ​ດາ​ກຳ​ປັ່ນ​ກູ້​ໄພ​ກູ້​ຊີບ. ຍາມ​ໃດພວກ​ອ້າຍ​ກໍ​ຕັ້ງ​ຫ​ນ້າ​ໃນ​ວຽກ​ງານ​ຝຶກ​ອົບ​ຮົມ, ​ພ້ອມ​ແລ້ວ​ເພື່ອ​ກູ້​ໄພ​ກູ້​ເອົ​າ​ຊີ​ວິດ​ຜູ້​ປະ​ສົບ​ເຄາະ​ຮ້າຍ ແລະ ກຽມ​ພ້ອມ​ປົກ​ປັກ​ຮັກ​ສາ​ເຂດ​ນ່ານ​ຟ້າ ເຂດ​ນ່ານ​ທະ​ເລ​ທາ​ງ​ທິດ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ​ຊາດ. ພວກ​ອ້າຍ​ແມ່ນ​ບັນ​ດາ​ດອກ​ໄມ້​ທະ​ເລ.”

        ​ປາດ​ຖະ​ຫ​ນາ​ຢາກ​ໄດ້​ໄປ​ຫລາຍ​ແຫ່ງ​ກວ່າ, ປະ​ດິດ​ແຕ່ງ​ຫລາຍ​ບົດ​ກວ່າ, ມີຄຸນ​ນະ​ພາບ ແລະ ເລິກ​ເຊິ່ງກວ່າ ເພື່ອ​ເຊື່ອມ​ຕໍ່​ຄວາມ​ຮັກ​ຂອງ​ນັກ​ຮົບ​ປ້ອງ​ກັນ​ທະ​ເລ​ໝູ່​ເກາະ​ກັບ​ປະ​ຊາ​ຊົນ​ຢູ່​ເຂດ​ດິນ​ຕໍ່​ແຜ່ນ ນັ້ນ​ແມ່ນ​ແນວ​ຄິດ ແລະ ກຳ​ລັງ​ຫ​ນູນ​ລວມ​ຂອງ​ນັກ​ສິ​ລະ​ປິນ, ນັກ​ປະ​ພັນ​ວັນ​ນະ​ຄະ​ດີ​ເຂດ​ທົ່ງ​ພຽງ ເມື່ອ​ເວົ້າ​ເຖິງ​ເຂດ​ທະ​ເລ​ໝູ່​ເກາະ. ຜ່ານ​ແງ່​ມູມ​ສັງ​ເກດ​ຂອງ​ນັກ​ສິ​ລະ​ປິນ, ຄວາມ​ຮັກ​ຕໍ່​ເຂດ​ທະ​ເລ, ໝູ່​ເກາະ​ໄດ້​ຮັບ​ການ​ທະ​ວີ​ຄູນ ແລະ​ແຜ່​ລາມ​ອອກ​ສູ່​ວົງ​ກວ້າງ ປະ​ກອບ​ສ່ວນ​ຍົກ​ສູງ​ສະ​ຕິ​ຄວາມ​ຮັບ​ຮູ້, ຄວາມ​ຮັບ​ຜິດ​ຊອບ​ຂອງ​ພົນ​ລະ​ເມືອງ​ຫວຽດ​ນາມ ແຕ່​ລະ​ຄົນ​ທີ່ມ​ີ​ຕໍ່​ເຂດ​ທະ​ເລ, ໝູ່​ເກາະ, ຊື່ງ​ແມ່ນ​ເຂດ​ນ້ຳ​ແດນ​ດິນ​ທີ່​ສັກ​ກະ​ລະ​ບູ​ຊາ​ຂອງ​ປະ​ເທດ​ຊາດ.

       

       

ຕອບກັບ

ຂ່າວ/ບົດ​ອື່ນ